leftcenterrightdel
ພາບປະກອບ: IRNA/ສໍານັກຂ່າວສານຫວຽດນາມ

ຕາມແຈ້ງການໃນເວັບໄຊທາງການຂອງກະຊວງການເງິນອາເມລິກາ ແລ້ວ, ບັນຊີລາຍຊື່ລົງໂທດ ລວມມີ 15 ອົງການ, 8 ສ່ວນບຸກຄົນ ແລະ ກຳປັ່ນ 5 ລຳ. ບໍລິສັດການບິນ Pouya Air ຂອງອີຣານ ແລະບໍລິສັດ Sahara Thunder ມີສຳນັກງານຕັ້ງຢູ່ ເຕເຮຣານ ກໍ່ນອນໃນບັນຊີລາຍຊື່ນີ້.

ກ່ອນໜ້ານັ້ນໃນວັນທີ 18 ເມສາ, ກະຊວງການເງິນອາເມລິກາ ໄດ້ປະກາດບັນດາມາດຕະການລົງໂທດເລັ່ງໃສ່ 16 ສ່ວນບຸກຄົນ ແລະ 2 ອົງການທີ່ກ່ຽວຂ້ອງເຖິງໂຄງການວັດຖຸບິນບໍ່ມີຄົນຂັບຂອງອີຣານ. ວັນທີ 17 ເມສາ, ການນຳສະຫະພາບເອີລົບ (ອີຢູ) ກໍ່ເຫັນດີເປັນເອກະພາບ ເພີ່ມທະວີບັນດາມາດຕະການລົງໂທດອີຣານ.

ແຫຼ່ງຄັດຈາກ: vovworld.vn