leftcenterrightdel
ຕອນເຊົ້າວັນທີ 15 ພຶດສະພາ 1975, ປະຊາຊົນໄຊງ່ອນ-ຢາດິ້ງ ນັບລ້ານຄົນໄດ້ເຕົ້າໂຮມມາສະໜາມຫຼວງເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງໄຊຊະນະ. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ, ທ່ານ Ezequiel Ramoneda ຜູ້ປະສານງານສູນກາງຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ ສັງກັດສະຖາບັນການພົວພັນສາກົນມະຫາວິທະຍາໄລແຫ່ງຊາດ La Plata,  ອາກຊັງຕິນ ຢັ້ງຢືນວ່າ ວັນທີ 30 ເມສາ 1975, ວັນປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບ, ແມ່ນເຫດການສຳຄັນໃນປະຫວັດສາດຂອງຊາວຫວຽດນາມ ແລະໂລກ. ທ່ານ Ramoneda ເນັ້ນໜັກວ່າ ບັ້ນຮົບໂຮ່ຈີມິນ ຂອງຊາວຫວຽດນາມ ຍາດໄດ້ໄຊຊະນະຢ່າງສິ້ນເຊີງແມ່ນພະຍານຫຼັກຖານໃຫ້ແກ່ເຈດຈຳນົງອົງອາດກ້າແກ່ນ, ບໍ່ຍອມຈຳນົນ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ບໍ່ມີສິ່ງໃດສາມາດເຮັດໃຫ້ຊາດຫວຽດນາມ ສັ່ນສະຄອນໄດ້. ການນຳພາອັນສະຫຼາດສ່ອງໃສ ແລະເກັ່ງກ້າສະຫຼາດສະຫຼຽວຂອງພັກຄອມມູນິດຫວຽດນາມ ແມ່ນປັດໄຈຕັດສິນທຸກໄຊຊະນະຂອງຊາດຫວຽດນາມ ໃນພາລະກິດປົກປັກຮັກສາເອກະລາດ, ເສລີພາບ ແລະອະທິປະໄຕຂອງຊາດ.

ທ່ານ Ramoneda ຖືວ່າ ຈາກພື້ນຖານໄຊຊະນະເມື່ອປີ 1975 ນັ້ນ, ປະຊາຊົນຫວຽດນາມ ໄດ້ສ້າງສາປະເທດໃຫ້ນັບມື້ນັບພັດທະນາ, ທີ່ຕັ້ງບົດບາດໃນເວທີສາກົນ ກໍໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ຫວຽດນາມ ໄດ້ປະກອບສ່ວນທີ່ມີປະສິດທິຜົນຫຼາຍຢ່າງ ແລະປະຕິບັດສຳເລັດບົດບາດຫຼັກແຫຼ່ງແກ່ນສານໃນບັນດາອົງການຈັດຕັ້ງ, ເວທີປາໄສ, ພິເສດແມ່ນ ສປຊ ແລະອາຊຽນ. ຫວຽດນາມ ເປັນເຈົ້າການຍົກອອກຫຼາຍຂໍ້ລິເລີ່ມທີ່ມີຫົວຄິດປະດິດສ້າງໃນບັນດາອົງການຈັດຕັ້ງ, ເວທີປາໄສສາກົນສຳຄັນ ແລະກາຍເປັນຕ່ອງໂສ້ສຳຄັນໃນຫຼາຍລະບົບເສດຖະກິດຂອງພາກພື້ນ ແລະໃນທົ່ວໂລກ.

ໂດຍ: ກວ໊ຽດເຕິມ