ອຳນາດການປົກຄອງນະຄອນຫຼວງ Montevideo, ອູກູຣວາຍ, ໄດ້ຮັບຮອງເອົາມະຕິຕົກລົງວ່າດ້ວຍການຕັ້ງຊື່ພື້ນທີ່ຫວຽດນາມ ໃນເສັ້ນທາງຫຼວງ Jose Pedro Valera, ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີ ແຫ່ງວັນໄຊຊະນະວັນທີ 30 ເມສາ, ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30-04-1975 / 30-04-2024) ແລະວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮົບ 134 ປີ (19-05-1890 / 19-05-2024). ມະຕິສະບັບດັ່ງກ່າວ ໄດ້ຮັບການຮັບຮອງເອົາເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍລະຫວ່າງອູກູຣວາຍ ແລະຫວຽດນາມ ພາຍຫຼັງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 30 ປີ (ໃນປີ 2023), ອຳນາດການປົກຄອງ Montevideo ໄດ້ຕົກລົງເຫັນດີຮັບຮອງເອົາການວາງແຜນຜັງສ້າງຕັ້ງພື້ນທີ່ສາທາລະນະທີ່ມີຊື່ ປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ.

leftcenterrightdel
ມະຕິຕົກລົງວ່າດ້ວຍການຕັ້ງຊື່ພື້ນທີ່ຫວຽດນາມ ໃນເສັ້ນທາງຫຼວງ Jose Pedro Valera. ພາບ: ສໍານັກຂ່າວສານຫວຽດນາມ

ອຳນາດການປົກຄອງນະຄອນຫຼວງ Montevideo ໃຫ້ຮູ້ວ່າ ພື້ນທີ່ທີ່ມີຊື່ວ່າ ຫວຽດນາມ ນັ້ນກໍ່ເພື່ອແນໃສ່ອາໄລຫາປະທານໂຮ່ຈີມິນ, ການນຳຜູ້ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ, ໃນໄລຍະເພິ່ນເດີນທາງໄປຊອກຫາເສັ້ນທາງກູ້ຊາດ ກໍ່ໄດ້ໄປຍັງ ອູກູຣວາຍ ໃນປີ 1912. ພື້ນທີ່ ຫວຽດນາມ ຕັ້ງຢູ່ໃກ້ຫໍປະຊຸມ Antel Arena, ເຊິ່ງເປັນຫໍປະຊຸມທີ່ທັນສະໄໝທີ່ສຸດຂອງ ອູກູຣວາຍ.

ໂດຍ: ກວຽດເຕິມ