leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະຄູ່ຕຳແໜ່ງ ອາເມລິກາ ທ່ານ Antony Blinken. ພາບ: AFP/ສໍານັກຂ່າວສານຫວຽດນາມ

ອາເມລິກາ ແລະ ຈີນ ບັນລຸໄດ້ຂໍ້ຕົກລົງ 5 ຂໍ້ກ່ຽວກັບການພົວພັນຮອບດ້ານ, ໃນນັ້ນ, ເຫັນດີເປັນເອກະພາບຊຸກຍູ້ການພົວພັນສອງຝ່າຍຕາມທິດສະຖຽນລະພາບ ແລະ ພັດທະນາ. ນີ້ແມ່ນໝາກຜົນຂອງການພົບປະແລກປ່ຽນລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະຄູ່ຕຳແໜ່ງ ອາເມລິກາ ທ່ານ Antony Blinken, ໃນວັນທີ 26 ເມສາ, ຢູ່ ປັກກິ່ງ (ປະເທດຈີນ).

ລະອຽດຄື, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ມານະພະຍາຍາມຢືດໝັ້ນ ເພື່ອແນໃສ່ຮັກສາສະຖຽນລະພາບ ແລະການພັດທະນາໃນການພົວພັນຈີນ - ອາເມລິກາ ບົນພື້ນຖານວິໄສທັດ San Francisco ທີ່ການນຳສອງຝ່າຍຍົກອອກມາໃນການພົບປະໃນປີ 2023. ສອງຝ່າຍກໍ່ເຫັນດີເປັນເອກະພາບຮັກສາບັນດາການແລກປ່ຽນ ແລະ ພົບປະຂັ້ນສູງຢູ່ທຸກຂັ້ນ, ສືບຕໍ່ອະນຸຍາດໃຫ້ຟື້ນຟູ ແລະ ສ້າງຕັ້ງບັນດາກົນໄກປຶກສາການເມືອງ, ເສີມຂະຫຍາຍບົດບາດໃນບັນດາຂົງເຂດການທູດ, ເສດຖະກິດ, ການເງິນ, ການຄ້າ, ສືບຕໍ່ປະຕິບັດບັນດາການພົວພັນແລກປ່ຽນດ້ານການທະຫານ ແລະຊຸກຍູ້ການຮ່ວມມື ຈີນ - ອາເມລິກາ ກ່ຽວກັບການຄວບຄຸມຢາເສບຕິດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ປັນຍາປະດິດ.

ແຫຼ່ງຄັດຈາກ: vovworld.vn