ວັນທີ 30 ເມສາ 1975 ບໍ່ພຽງແຕ່ແມ່ນຂີດໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມ ໃນປະຫວັດສາດຂອງຊາດ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນສັນຍາລັກແຫ່ງການລະດົມກຳລັງໃຈໃຫ້ປະຊາຊົນຕໍ່ສູ້ຢ່າງພິລະອາດຫານຕ້ານລັດທິລ່າ ເມືອງຂຶ້ນແບບເກົ່າ ແລະແບບໃໝ່, ຍາດເອົາເອກະລາດແຫ່ງຊາດຄືນມາ ອີກດ້ວຍ. ນີ້ແມ່ນຂໍ້ ສັງເກດ ຂອງ ທ່ານ ປອ Ruvislei González Sáez, ນັກຊ່ຽວຊານແຖວໜ້າກ່ຽວກັບຫວຽດນາມ ໃນພາກພື້ນ ອາເມລິກາ ລາຕິນ.

leftcenterrightdel
ທ່ານ ປອ Ruvislei González Sáez. ພາບ: ສໍານັກຂ່າວສານຫວຽດນາມ

ຕາມ ທ່ານ ປອ Ruvislei González Sáez ນັກຄົ້ນຄວ້າຂັ້ນສູງສັງກັດຢູ່ສູນຄົ້ນຄວ້ານະໂຍບາຍສາກົນຂອງກູບາ (CIPI) ແລ້ວ, ມະຫາໄຊລະດູບານໃໝ່ປີ 1975 ດ້ວຍຈຸດສູງສຸດແມ່ນບັັ້ນຮົບໂຮ່ຈີມິນ ປະຫວັດສາດ, ໄດ້ສະແດງໃຫ້ເຫັນຄວາມມານະອົດທົນ ແລະເຈດຈຳນົງທີ່ອົງອາດກ້າຫານຂອງປະທານ ໂຮ່ຈີມິນ ແລະ ປະຊາຊົນຫວຽດນາມ. ວັນມະຫາໄຊ 30 ເມສາ 1975 ໄດ້ທ້ອນໂຮມພາກເໜືອ-ໃຕ້ປະເທດຫວຽດນາມ ເຂົ້າເປັນຜືນແຜ່ນດິນດຽວກັນ ແລະເປີດເສັ້ນທາງກ້າວໄປສູ່ສັງຄົມນິຍົມ.

ທ່ານ ປອ Ruvislei González Sáez ຢືນຢັນວ່າ ຫວຽດນາມ ແມ່ນປະພາຄານແຫ່ງຄວາມຫວັງຂອງໂລກ. ພາຍຫຼັງທ້ອນໂຮມປະເທດຊາດເປັນເອກະພາບ, ຫວຽດນາມ ສືບຕໍ່ປະສົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍນາໆປະການ. ຍ້ອນມີການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ຫວຽດນາມຈາກໜຶ່ງໃນຈຳນວນ 15 ປະເທດທີ່ທຸກຍາກກວ່າໝູ່ຢູ່ໃນໂລກໃນຊຸມປີ 1980-1981 ໄດ້ກາຍມາເປັນ 1 ໃນຈຳນວນ 15 ປະເທດທີ່ມີຄວາມຂະຫຍັນຂັນເຄື່ອນທີ່ສຸດໃນປະຈຸບັນ, ມີລະດັບການເຕີບໂຕສູງທີ່ສຸດ ແລະ ວາງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045.

ໂດຍ: ທະນາພອນ