leftcenterrightdel
ພາບປະກອບຈາກ: Reuters

ວັນທີ 26 ເມສາ, ທ່ານ Lloyd Austin, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ປະກາດບ້ວງເງິນໜູນຊ່ວຍດ້ານປ້ອງກັນຄວາມສະຫງົບບ້ວງທີ 2 ສຳລັບ ຢູແກຼນ ໃນບ້ວງເງິນຊ່ວຍເຫຼືອທັງໝົດລວມມູນຄ່າ 61 ຕື້ໂດລາສະຫະລັດ ທີ່ສະພາແຫ່ງຊາດ ອາເມລິກາ ຫາກໍ່ຮັບຮອງເອົາ ແລະ ທ່ານ Joe Biden, ປະທານາທິບໍດີ ອາເມລິກາ ເຊັນປະກາດໃຊ້. ບ້ວງເງິນໜູນຊ່ວຍໃໝ່ ມີມູນຄ່າ 6 ຕື້ໂດລາສະຫະລັດ, ລວມມີເລື່ອງສະໜອງບັນດາພາຫະນະອຸປະກອນປ້ອງກັນອາກາດ ແລະລູກປືນໃຫຍ່ໃຫ້ແກ່ ຢູແກຼນ. ຈຳນວນພາຫະນະອຸປະກອນເຫຼົ່ານີ້ຈະໄດ້ຊື້ຈາກແຫຼ່ງງົບປະມານຂອງກະຊວງປ້ອງກັນປະເທດ.

ອາເມລິກາ ແມ່ນປະເທດໜູນຊ່ວຍດ້ານການທະຫານຕົ້ນຕໍ່ໃຫ້ແກ່ ຢູແກຼນ ແຕ່ໃນປີ 2023, ບ້ວງເງິນໜູນຊ່ວຍນີ້ມີມູນຄ່າພຽງ 10 ຕື້ໂດລາສະຫະລັດເທົ່ານັ້ນ; ແຕ່ຕົ້ນປີ 2024 ນີ້, ອາເມລິກາ ຈຶ່ງໄດ້ໜູນຊ່ວຍໃຫ້ ຢູແກຼນ ຈຳນວນເງິນ 300 ລ້ານໂດລາສະຫະລັດ ໃນເດືອນ ມີນາ ຜ່ານມາ. ດັ່ງນັ້ນ, ຕໍ່ໜ້າບັນດາການຜັນແປດ້ານການເມືອງທີ່ບໍ່ມີຜົນປະໂຫຍດໃນໄລຍະມໍ່ໆມານີ້, ຢູແກຼນ ໄດ້ຊຸກຍູ້ບັນດາປະເທດພັນທະມິດຝ່າຍຕາເວັນຕົກ ເພີ່ມທະວີການໜູນຊ່ວຍດ້ານອາວຸດປ້ອງກັນອາກາດໃຫ້ແກ່ປະເທດນີ້. ນອກຈາກບ້ວງເງິນຊ່ວຍເຫຼືອລວມມີມູນຄ່າ 61 ຕື້ໂດລາສະຫະລັດ ຂອງອາເມລິກາ ທີ່ຫາກໍ່ໄດ້ປະກາດນັ້ນ, ບາງປະເທດອື່ນ, ໃນນັ້ນ ມີ ຝລັ່ງ ແລະ ເຢຍລະມັນ, ກໍ່ໄດ້ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອໃຫ້ແກ່ ຢູແກຼນ, ໃນນັ້ນ ມີທັງລະບົບປ້ອງກັນອາກາດທີ່ກ້າວໜ້າ Patriot ແລະ NASAMS.

ແຫຼ່ງຄັດຈາກ: vovworld.vn