leftcenterrightdel
ສັນທະປະປາ Francis. ພາບ: REUTERS

ວັນທີ 26 ເມສາ, ທ່ານນາງ Giorgia Meloni, ນາຍົກລັດຖະມົນຕີ ອີຕາລີ ໃຫ້ຮູ້ວ່າ: ສັນທະປະປາ Francis ຈະເຂົ້າຮ່ວມກອງປະຊຸມສຸດຍອດ ບັນດາການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ເພື່ອປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍໂດຍປັນຍາປະດິດ (AI) ວາງອອກ.

ເປັນຄັ້ງທຳອິດໃນປະຫວັດສາດ, ສັນທະປະປາ ໄດ້ເຂົ້າຮ່ວມວຽກງານຂອງກອງປະຊຸມສຸດຍອດ G7. ກອງປະຊຸມສຸດຍອດ G7 ປີນີ້ຈະຖືກຈັດຂຶ້ນໃນລະຫວ່າງວັນທີ 13 – 15 ມິຖຸນາ ຢູ່ເຂດ Puglia ຂອງປະເທດ ອີຕາລີ ເຊິ່ງເຕົ້າໂຮມບັນດາປະມຸກລັດຂອງບັນດາປະເທດ G7 (ລວມມີ: ອີຕາລີ, ອາເມລິກາ, ອັງກິດ, ຝລັ່ງ, ເຢຍລະມັນ, ຍີ່ປຸ່ນ, ການາດາ) ແລະ ແຂກຖືກເຊີນພິເສດຈຳນວນໜຶ່ງ.

ແຫຼ່ງຄັດຈາກ: vovworld.vn