leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດຈີນ ຫວັງອີ້ ແລະທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken. ພາບ: AFP/ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີ ຫວັງອີ້ ໃຫ້ຂໍ້ສັງເກດວ່າ ການພົວພັນລະຫວ່າງ 2 ພື້ນຖານເສດຖະກິດແຖວໜ້າໂລກ ພວມ “ເລີ່ມມີຄວາມສະຖຽນລະພາບ” ພາຍຫຼັງກອງປະຊຸມສຸດຍອດລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ແລະທ່ານປະທານາທິບໍດີອາເລິກາ Joe Biden ຢູ່ San Francisco, ອາເມລິກາ ເມື່ອເດືອນ ພະຈິກ 2023. ເຖິງຢ່າງໃດກໍ່ຕາມ, ຄຽງຂ້າງນັ້ນ, ບັນດາປັດໄຈຫຍໍ້ທໍ້ໃນການພົວພັນ 2 ຝ່າຍຍັງມີຢູ່ ແລະນັບມື້ນັບເພີ່ມຂຶ້ນ. ທ່ານຮຽກຮ້ອງໃຫ້ 2 ປະເທດແກ້ໄຂຄວາມບໍ່ລົງລອຍກັນ, ກໍຄືບັນດາຄວາມສ່ຽງກໍ່ຜົນສະທ້ອນເຖິງການພົວພັນ 2 ຝ່າຍ.

ສ່ວນທ່ານລັດຖະມົນຕີ Antony Blinken ເນັ້ນໜັກວ່າ, ນະໂຍບາຍການຕ່າງປະເທດ “ໂດຍກົງ” ແມ່ນບໍ່ສາມາດປ່ຽນແປງໄດ້ເພື່ອຮັບປະກັນໃຫ້ 2 ຝ່າຍສາມາດກຳແໜ້ນທັດສະນະຂອງກັນສຳລັບບັນດາບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນ, ຜ່ານນັ້ນກໍ່ຊ່ວຍຫຼີກລ້ຽງຄວາມເຂົ້າໃຈຜິດ, ກໍ່ຄືການຄິດໄລ່ທີ່ຜິດພາດໄດ້ສ່ວນໃດສ່ວນໜຶ່ງ.

ແຫຼ່ງຄັດຈາກ: vovworld.vn