ທີ່ການເຮັດວຽກຢູ່ນິວຢອກ, ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ໄດ້ແບ່ງປັນຂໍ້ມູນກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ໃນໄລຍະຜ່ານມາ ແລະສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່, ການໜູນຊ່ວຍຂອງທ່ານເລຂາທິການໃຫຍ່ ສປຊ ທີ່ສະຫງວນໃຫ້ ຫວຽດນາມ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ແລະທ່ານເລຂາທິການໃຫຍ່ ສປຊ Antonio Guterres. ພາບ: baoquocte.vn

ສ່ວນທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສະແດງຄວາມປະທັບໃຈຕໍ່ການເຕີບໂຕດ້ານເສດຖະກິດຂອງ ຫວຽດນາມ, ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກທີ່ເກີດຂຶ້ນໃນພາກພື້ນຫວ່າງມໍ່ໆມານີ້ ແລະທ່ານກໍ່ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະປະຕິບັດສຳເລັດບັນດາເປົ້າໝາຍພັດທະນາທີ່ໄດ້ວາງອອກ.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ໄດ້ແຈ້ງໃຫ້ຊາບກ່ຽວກັບຂໍ້ລິເລີ່ມຂອງ ຫວຽດນາມ ແມ່ນຈັດຕັ້ງເວທີປາໄສອະນາຄົດອາຊຽນ (ASEAN Future Forum) ຢູ່ຮ່າໂນ້ຍ ໃນວັນທີ 23 ເມສາ. ທ່ານໃຫ້ຮູ້ວ່າ ນີ້ແມ່ນການປະກອບສ່ວນຂອງອາຊຽນ ແລະບັນດາປະເທດໃນພາກພື້ນ ເພື່ອຕອບສະໜອງກອງປະຊຸມສຸດຍອດອະນາຄົດໂດຍ ສປຊ ຈະຈັດຂຶ້ນໃນເດືອນ ກັນຍາຈະມາເຖິງ, ພ້ອມທັງ ບັນດາການແລກປ່ຽນຢູ່ເວທີປາໄສກໍ່ແມ່ນພື້ນຖານ ເພື່ອໜູນຊ່ວຍວຽກງານວາງແຜນກຳນົດນະໂຍບາຍຂອງລັດຖະບານບັນດາປະເທດສະມາຊິກ ອາຊຽນ ແລະສ້າງວິໄສທັດຂອງອາຊຽນ ໃນໄລຍະຈະມາເຖິງ.

ໂດຍ: ກວຽດເຕິມ