ຫາງສຽງຈີນ ຕີລາຄາສູງໝາກຜົນການຢ້ຽມຢາມ, ພ້ອມທັງຫວັງວ່າ, ບັນດາໝາກຜົນນີ້ຈະປະກອບສ່ວນເຮັດໃຫ້ການພົວພັນເລິກເຊິ່ງຂຶ້ນຕື່ມ ແລະຍົກລະດັບການພົວພັນ 2 ຝ່າຍ.

ຈາກແງ່ມູມຂອງນັກຄົ້ນຄ້ວາ, ຮອງສາດສະດາຈານ Shang Feng ສັງກັດມະຫາວິທະຍາໄລເສດຖະກິດການຄ້າຕ່າງປະເທດປັກກິ່ງ, ໄດ້ເອົາໃຈໃສ່ເປັນພິເສດເຖິງການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະການເຄື່ອນໄຫວດ້ານນິຕິກໍາທີ່ກ່ຽວຂ້ອງເຖິງການລົງທຶນຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ.

leftcenterrightdel
ທ່ານນາງ Yu Shuhu ອະດີດພາລະກອນການ ແພດໂຮງໝໍ ໜາມຊີຊານ (ຈີນ). ພາບ: vov.vn

ກ່າວຄຳເຫັນທີ່ການພົບປະມິດຕະພາບລະຫວ່າງ 2 ຝ່າຍໃນຂອບເຂດການຢ້ຽມຢາມ, ທ່ານນາງ Yu Shuhu ອະດີດພາລະກອນການແພດໂຮງໝໍ Nanxishan (ຈີນ), ກ່າວວ່າ: “ຂ້າພະເຈົ້າຖືວ່າ ການຢ້ຽມຢາມ ຈີນ ຂອງທ່ານປະທານສະພາແຫ່ງຊາດ ແມ່ນສັນຍາລັກໃຫ້ແກ່ບາດກ້າວເດີນຕໍ່ໄປໃນການພົວພັນມິດຕະພາບລະຫວ່າງ ຈີນ ແລະຫວຽດນາມ, ຊ່ວຍຊຸກຍູ້ການພົບປະແລກປ່ຽນປະຊາຊົນ ແລະນ້ຳໃຈມິດຕະພາບ ລະຫວ່າງ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່. ພວກເຮົາຕ້ອງສືບທອດ ແລະເສີມຂະຫຍາຍນ້ຳໃຈມິດຕະພາບທີ່ຄົນລຸ້ນກ່ອນ ແລະການນຳ 2 ພັກ, 2 ລັດໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດສືບຕໍ່ເສີມຂະຫຍາຍ.”

ໂດຍ: ທະນາພອນ