leftcenterrightdel
ບ່ອນລີ້ໄພຂອງຊາວ ປາແລັດສະຕິນ ຢູ່ນະຄອນ Rafah, ທາງທິດໃຕ້ເຂດກາຊາ. ພາບ: AP

ກ່ອນໜ້ານັ້ນ, ວັນທີ 8 ເມສາ, ທ່ານນາຍົກລັດຖະມົນຕີອິດສະຣາແອັນ Benjamin Netanyahu ໃຫ້ຮູ້ວ່າ ຕ້ອງບຸກເຂົ້າເຂດ Rafah ເພື່ອສາມາດເອົາໄຊຊະນະຕໍ່ ຮາມາດສ ແລະກຳນົດວັນເວລາດຳເນີນບັ້ນການທະຫານຢູ່ທີ່ນີ້. ເຖິງຢ່າງໃດກໍຕາມ, ຕາມທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken ແລ້ວ, ອາເມລິກາ ຍັງບໍ່ທັນແຈ້ງໃຫ້ຊາບກ່ຽວກັບວັນເວລາກອງທັບອິດສະຣາແອັນ ປຸກເຂົ້າ Rafah ແລະ ອາເມລິກາ ຍັງຄົງແລກປ່ຽນກັບ ອິດສະຣາແອັນ ກ່ຽວກັບບັນຫານີ້. ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ຫວັງວ່າ ຈະບໍ່ມີການກະທຳໃດຂອງ ອິດສະຣາແອັນ ດຳເນີນກ່ອນການປຶກສາຫາລືນີ້ ພ້ອມທັງເນັ້ນໜັກວ່າ ບັ້ນການທະຫານທີ່ມີຂອບຂະໜາດໃຫຍ່ຢູ່ Rafah ຈະສ້າງຄວາມອັນຕະລາຍຕໍ່ຄວາມປອດໄພຂອງສາມັນຊົນ. ຕາມທ່ານລັດຖະມົນຕີການຕ່າງປະເທດ Antony Blinken ແລ້ວ, ອາເມລິກາ ພວມສືບຕໍ່ສົມທົບກັບ ກາຕາ ແລະອີຢິບ ກ່ຽວກັບຂໍ້ຕົກລົງຢຸດຍິງຢູ່ເຂດກາຊາ ຢ່າງແໜ້ນແຟ້ນ.

ແຫຼ່ງຄັດຈາກ: vovworld.vn