ກ່ອນໜ້ານັ້ນ, ວັນທີ 2 ເມສາ, ຄະນະນັກສັງເກດການປະຈຳການຂອງ ປາແລດສະຕິນ ໄດ້ຝາກຈົດໝາຍໃຫ້ແກ່ທ່ານເລຂາທິການໃຫຍ່ Antonio Guterres ສະເໜີໃຫ້ ສປຊ ພິຈາລະນາໃບສະເໜີຂໍເຂົ້າເປັນສະມາຊິກອົງການຫຼາຍຝ່າຍໃຫຍ່ສຸດໃນໂລກ ດ້ວຍຖານະເປັນສະມາຊິກທາງການ ອີກເທື່ອໜຶ່ງ.

leftcenterrightdel
ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ. ພາບ: ສຳນັກຂ່າວສານຊິນຮວາ

ປີ 1974, ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິ 3237 ໂດຍຕົກລົງເຫັນດີໃຫ້ອົງການປົດປ່ອຍ ປາແລດສະຕິນ (PLO) ແມ່ນຜູ້ສັງເກດການ. ຮອດເດືອນພະຈິກ 2012, ສະມັດຊາໃຫຍ່ ສືບຕໍ່ຮັບຮອງເອົາມະຕິມອບໃຫ້ລັດ ປາແລດສະຕິນ ກ່ຽວກັບກົດລະບຽບເປັນປະເທດສັງເກດການຢູ່ ສປຊ. ທ່ານນາງ Vanessa Frazier, ເອກອັກຄະລັດຖະທູດ Malta, ປະເທດດຳລົງຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງ ເດືອນເມສາ ປີ 2024 ຢັ້ງຢືນບັນຫາຕັດສິນຖານະເປັນສະມາຊິກຂອງ ປາແລດສະຕິນ ຈະໄດ້ດຳເນີນໃນເດືອນນີ້. ທ່ານ Riyad Mansour, ເອກອັກຄະລັດຖະທູດ ປາແລດສະຕິນ ປະຈຳ ສປຊ ເອີ້ນ “ນີ້ແມ່ນຈຸດເວລາປະຫວັດສາດ” ເມື່ອສະມັດຊາໃຫຍ່ ເລີ່ມພິຈາລະນາດຳເນີນເລື່ອງ ປາແລດສະຕິນ ຂໍເຂົ້າເປັນສະມາຊິກທາງການຂອງ ສປຊ.

ແຫຼ່ງຄັດຈາກ: vovworld.vn