leftcenterrightdel
ທ່ານນາງປະທານຄະນະກຳມະການເອີລົບ (ອີຊີ) Ursula von der Leyen. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງ Ursula von der Leyen ໃຫ້ຮູ້ວ່າ ກ່ຽວກັບເສດຖະກິດ, ເອີລົບ ບໍ່ຊອກຫາວິທີເພື່ອ “ຕັດແຍກອອກ” ຈາກ ຈີນ, ຫາກຍັງຢາກ “ຫຼຸດຜ່ອນຄວາມສ່ຽງ” ໃຫ້ແກ່ບັນດາການພົວພັນ. ຕາມທ່ານນາງ ແລ້ວ, ອີຢູ ເຫັນວ່າ ການຂາດດຸນການຄ້າລະຫວ່າງບັນດາປະເທດສະມາຊິກຂອງກຸ່ມກັບ ຈີນ ນັບມື້ນັບເພີ່ມຂຶ້ນ. ໃນໄລຍະ 2 ປີຜ່ານມາ, ໄລ່ມາຮອດປະຈຸບັນ, ສະພາບຂາດດຸນການຄ້າໄດ້ເພີ່ມຂຶ້ນທົບ 2 ເທົ່າຫຼາຍກວ່າ 430 ຕື້ໂດລາສະຫະລັດ.

ຕາມແຜນການ, ທ່ານນາງ Ursula von der Leyen ແລະທ່ານປະທານສະພາເອີລົບ Charles Michel ຈະໄປຍັງປັກກິງ ໃນວັນທີ 7 ທັນວາ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ອີຢູ-ຈີນ. ເນື້ອໃນຂອງກອງປະຊຸມໄດ້ສຸມໃສ່ເຂົ້າໃນບັນຫາການຄ້າສອງຝ່າຍ ແລະບັນດາການປະທະກັນຢູ່ຢູແກຼນ ແລະຕາເວັນອອກກາງ.

ແຫຼ່ງຄັດຈາກ: vovworld.vn