leftcenterrightdel
ການປຸກໂຈມຕີສືບຕໍ່ເກີດຂຶ້ນພາຍຫຼັງການຢຸດຍິງມະນຸດສະທຳ. ພາບ: Reuters

ໃນມື້ທີ 2 ຢ່າງລ້ຽນຕິດທີ່ການປຸກໂຈມຕີສືບຕໍ່ເກີດຂຶ້ນພາຍຫຼັງການຢຸດຍິງມະນຸດສະທຳ, ວັນທີ 2 ທັນວາ, ກອງທັບ ອິດສະຣາແອັນ ສືບຕໍ່ຍູ້ແຮງບັນດາການປຸກໂຈມຕີໃສ່ເຂດ ກາຊາ, ພ້ອມທັງຕັດສິນຢຸດຕິບັນດາການເຈລະຈາຢຸດຍິງກັບ ຮາມາດ.

ສື່ມວນຊົນ ປາແລັດສະຕິນ ໃຫ້ຮູ້ວ່າ, ວັນທີ 2 ທັນວາ, ກອງທັບ ອິດສະຣາແອັນ ໄດ້ປຸກໂຈມຕີໃສ່ເຂດ ກາຊາ ດ້ວຍທາງການບິນ, ທາງທະເລ, ຍິງປືນໃຫຍ່ ແລະ ທາງບົກ. ເປົ້າໝາຍປຸກໂຈມຕີລວມທັງເຂດພາກເໜືອ, ພາກໃຕ້ ແລະ ເຂດໃຈກາງ ກາຊາ, ໃນນັ້ນມີໂຮງໝໍຈຳນວນໜຶ່ງຢູ່ທາງພາກເໜືອເຂດ ກາຊາ. ໃນຂະນະນັ້ນ, ໃນຄ່ຳຄືນວັນທີ 2 ທັນວາ, ອົງການການແພດ ປາແລັດສະຕິນ ໃຫ້ຮູ້ວ່າ, ບັ້ນປຸກໂຈມຕີຂອງກອງທັບ ອິດສະຣາແອັນ ເຂົ້າເຂດ ກາຊາ ນັບແຕ່ວັນທີ 7 ຕຸລາ ເຮັດໃຫ້ມີຜູ້ເສຍຊີວິດກວ່າ 15.200 ຄົນ ແລະ 41.000 ຄົນໄດ້ຮັບບາດເຈັບ, ສ່ວນຫຼາຍແມ່ນສາມັນຊົນ.

ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Yoav Gallant ຢືນຢັນວ່າ, ບັ້ນປຸກໂຈມຕີຂອງກອງທັບປະເທດນີ້ໃສ່ເຂດ ກາຊາ ບັນລຸໄດ້ຄວາມຄືບໜ້າສຳຄັນຫຼາຍຢ່າງ, ໃນນັ້ນ ໄດ້ດັບສູນບັນດາຫົວໂປ່ຂັ້ນສູງຂອງ ຮາມາດ.

ແຫຼ່ງຄັດຈາກ: vovworld.vn