ຕາມຂໍ້ສັງເກດຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ທີ່ໄດ້ຍົກອອກມາໃນວັນທີ 29 ພະຈິກ, ເສດຖະກິດໂລກໃນປີ 2024 ອາດສາມາດມີການເຕີບໂຕຊ້າລົງເມື່ອທຽບກັບປີ 2023. ເຖິງຢ່າງໃດກໍ່ຕາມ, ທ່າອ່ຽງການເຕີບໂຕເສດຖະກິດໂລກ ອີງຕາມຫຼາຍປັດໄຈ, ໃນນັ້ນ ການປະທະກັນລະຫວ່າງ ຮາມາດ ແລະ ອິດສະລາແອັນ ອາດສາມາດເຮັດໃຫ້ທ່າເຕີບໂຕເສດຖະກິດໂລກໄປບໍ່ຖືກຕາມທິດກຳນົດໃນໄລຍະສັ້ນ. ໃນບົດລາຍງານສະບັບຫຼ້າສຸດກ່ຽວກັບສະພາບການເສດຖະກິດໂລກແລ້ວ, OECD ໄດ້ຫຼຸດການຄາດຄະເນການເຕີບໂຕເສດຖະກິດໂລກໃນປີນີ້ ລົງເຫຼືອ 2,9%, ຫຼຸດລົງຫນ້ອຍໜຶ່ງເມື່ອທຽບໃສ່ກັບລະດັບ 3% ທີ່ໄດ້ຍົກອອກມາເມື່ອເດືອນກັນຍາ.

leftcenterrightdel
ພາບປະກອບ: Getty Images

ກ່ຽວກັບການເຕີບໂຕເສດຖະກິດໂລກໃນປີ 2024, OECD ຮັກສາລະດັບການຄາດຄະເນທີ່ໄດ້ຍົກອອກມາໃນເມື່ອກ່ອນແມ່ນ 2,7%. ນີ້ແມ່ນລະດັບການເຕີບໂຕຕ່ຳທີ່ສຸດນັບແຕ່ເວລາເກີດວິກິດການດ້ານການເງິນທົ່ວໂລກ, ບໍ່ຄິດໄລ່ປີທຳອິດ ທີ່ເກີດໂລກລະບາດໂຄວິດ - 19. ເຖິງຢ່າງໃດກໍ່ຕາມ, ຮອດປີ 2025, ເສດຖະກິດໂລກອາດຈະມີການເຕີບໂຕດີຂຶ້ນ ເຊິ່ງບັນລຸລະດັບ 3%.

ແຫຼ່ງຄັດຈາກ vovworld.vn