ວັນທີ 20 ພະຈິກ, ທ່ານປະທານາທິບໍດີ ສ ເກົາຫຼີ Yoon Suk Yeol ໄດ້ເລີ່ມຕົ້ນການໄປປະຕິບັດງານແກ່ຍາວເປັນເວລາໜຶ່ງອາທິດຢູ່ ອັງກິດ ແລະ ຝລັ່ງ.

leftcenterrightdel
ທ່ານປະທານາທິບໍດີ ສ ເກົາຫຼີ Yoon Suk Yeol ແລະ ພັນລະຍາ. ພາບ: YONHAP/ສໍານັກຂ່າວສານຫວຽດນາມ

ຕາມແຜນການແລ້ວ, ທ່ານ Yoon Suk Yeol  ໄປ ອັງກິດ ຢ້ຽມຢາມທາງລັດຖະກິດເນື່ອງໃນໂອກາດສະເຫຼີມສະຫຼອງ 140 ປີແຫ່ງການພົວພັນສອງຝ່າຍ, ຫຼັງຈາກນັ້ນຈະໄປຍັງ ຝລັ່ງ ປະຕິບັດບັ້ນເຄື່ອນໄຫວ ຂົນຂວາຍທາງການທູດເພື່ອຍາດໄດ້ສິດເປັນເຈົ້າພາບຈັດງານຕະຫຼາດນັດວາງສະແດງສາກົນ 2030 ຢູ່ Busan. ການໄປປະຕິບັດງານຂອງທ່ານປະທານາທິບໍດີ Yoon Suk Yeol ໄປຍັງ ລອນດອນ ແກ່ຍາວເປັນເວລາ 4 ວັນ, ຕາມຄຳເຊີນຂອງເຈົ້າຊີວິດ Charles III.

ຢູ່ປະເທດ ຝລັ່ງ, ທ່ານປະທານາທິບໍດີ Yoon Suk Yeol ຈະພົບປະກັບບັນດາ ຜູ້ຕາງໜ້າທີ່ມາຈາກບັນດາປະເທດສະມາຊິກຂອງກົມວາງສະແດງສາກົນ, ອົງການຮັບ ຜິດຊອບຕິດຕາມກວດກາງານຕະຫຼາດນັດວາງສະແດງສາກົນ (World Expo), ໃນຂັ້ນຕອນຂົນວາຍສຸດທ້າຍກ່ອນທີ່ຈະປ່ອນບັດເລືອກຕັ້ງປະເທດເຈົ້າພາບຈັດເຫດການໃນປີ 2030. ການປ່ອນບັດເລືອກຕັ້ງນະຄອນເຈົ້າພາບຈະຈັດຂຶ້ນໃນວັນທີ 28 ພະຈິກ. ນີ້ແມ່ນການແຂ່ງຂັນລະຫວ່າງ 3 ນະຄອນ (Busan ຂອງ ສ ເກົາຫຼີ, Riyadh ຂອງ Saudi Arabia ແລະ Rome ຂອງ ອີຕາລີ).

ແຫຼ່ງຄັດຈາກ: vovworld.vn