ຝລັ່ງ ຖອນເອກອັກຄະລັດຖະທູດອອກຈາກ ນີເຊ
ວັນທີ 24 ກັນຍາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແຈ້ງໃຫ້ຊາບວ່າ ຈະຖອນເອກອັກຄະລັດຖະທູດ ແລະ ພະນັກງານການທູດຂອງຝລັ່ງ ທັງໝົດອອກຈາກ ນີເຊ, ພ້ອມທັງຈະຢຸດຕິບັນດາໂຄງການຮ່ວມມືດ້ານການທະຫານ ກັບອຳນາດການປົກຄອງທະຫານ ນີເຊ.
    |
 |
ທ່ານປະທານາທິບໍດີ ຝລັ່ງ Emmanuel Macron. ພາບ: France Info
|
ກ່າວຄຳເຫັນໃນຊ່ອງໂທລະພາບ France 2 ແລະ TF1, ທ່ານປະທານາທິບໍດີຝລັ່ງ Emmanuel Macron ໃຫ້ຮູ້ວ່າ ຈະຖອນພະນັກງານການທູດທັງໝົດອອກຈາກນະຄອນຫຼວງ Niamey ຂອງ ນີເຊ.
ທ່ານປະທານາທິບໍດີຝລັ່ງ Emmanuel Macron ເນັ້ນໜັກວ່າ ບໍ່ຢາກໃຫ້ເຈົ້າໜ້າທີ່ການທູດຂອງ ຝລັ່ງ ກາຍເປັນຕົວປະກັນຂອງອຳນາດການປົກຄອງທະຫານ, ພ້ອມທັງຢັ້ງຢືນວ່າ ບໍ່ມີແນວຄິດຈະແຊກແຊງເຂົ້າຊີວິດການເມືອງຢູ່ ນີເຊ.
ພາຍຫຼັງບັນດາຖະແຫຼງການບໍ່ໃຫ້ການຮ່ວມມືຈາກອຳນາດການປົກຄອງທະຫານ ນີເຊ, ທະຫານ ຝລັ່ງ 1.500 ຄົນ ທີ່ພວມປະຈຳການຢູ່ ນີເຊ ຈະຄ່ອຍໆຖອນກຳລັງກັບເມືອປະເທດ, ນັບແຕ່ນີ້ຮອດທ້າຍປີ.
ແຫຼ່ງຄັດຈາກ: vovworld.vn