ອິນເດຍ ບຸກໂຈມຕີທາງອາກາດດິນແດນ ປາກິດສະຖານ, ໂຕ້ຕອບເຫດກໍ່ການຮ້າຍຢູ່ Kashmir
ບັນດາການເຄື່ອນໄຫວຂອງ ອິນເດຍ ບໍ່ມີລັກສະນະເພີ່ມທະວີຄວາມເຄັ່ງຕຶງ. ບໍ່ມີຮາກຖານການທະຫານໃດຂອງປາກິດສະຖານ ແມ່ນເປົ້າໝາຍ. ອິນເດຍ ໄດ້ “ສະແດງຄວາມລະງັບໃຈຫຼາຍພໍສົມຄວນໃນການຄັດເລືອກເປົ້າໝາຍ ແລະວິທີການປະຕິບັດ”
    |
 |
ສ່ວນໜຶ່ງຂອງ Kashmir ຖືກຄວບຄຸມໃນຕອນເຊົ້າວັນທີ 7 ພຶດສະພາ 2025. ພາບ: Reuters |
ຮຸ່ງເຊົ້າວັນທີ 7 ພຶດສະພາ, ກອງທັບ ອິນເດຍ ໄດ້ດຳເນີນ ບັ້ນບຸກໂຈມຕີທີ່ມີຊື່ວ່າ “ບັ້ນຮົບ Sindoor” ເພື່ອແນໃສ່ 9 ຄ້າຍກໍ່ການຮ້າຍໃນດິນແດນ ປາກິດສະຖານ ແລະຢູ່ເຂດ Jammu ແລະ Kashmir ໂດຍ Pakistan ຄວບຄຸມ, ເພື່ອແນໃສ່ຕອບສະໜອງເຫດບຸກໂຈມຕີກໍ່ການຮ້າຍ ໃນວັນທີ 22 ເມສາ ເຮັດໃຫ້ 26 ຄົນ ເສຍຊີວິດ, ສ່ວນຫຼາຍແມ່ນແຂກທ່ອງທ່ຽວ.
ຕາງໜ້າກະຊວງປ້ອງກັນປະເທດ ອິນເດຍ ໃຫ້ຮູ້ວ່າ ບັນດາການເຄື່ອນໄຫວຂອງ ອິນເດຍ ບໍ່ມີລັກສະນະເພີ່ມທະວີຄວາມເຄັ່ງຕຶງ. ບໍ່ມີຮາກຖານການທະຫານໃດຂອງ ປາກິດສະຖານ ແມ່ນເປົ້າໝາຍ. ອິນເດຍ ໄດ້ “ສະແດງຄວາມລະງັບໃຈຫຼາຍພໍສົມຄວນໃນການຄັດເລືອກເປົ້າໝາຍ ແລະວິທີການປະຕິບັດ”. ກະຊວງປ້ອງກັນປະເທດ ອິນເດຍ ໃຫ້ຮູ້ວ່າ ພວມປະຕິບັດຖືກຕ້ອງຕາມຄຳໝັ້ນສັນຍາວ່າ ພວກທີ່ດຳເນີນບັ້ນບຸກໂຈມຕີກໍ່ການຮ້າຍໃນວັນທີ 22 ເມສາ ຈະຕ້ອງມີຄວາມຮັບຜິດຊອບ.
ປະຕິກິລິຍາຕໍ່ບັນດາບັ້ນບຸກໂຈມຕີທາງອາກາດຂອງປະເທດບ້ານໃກ້ເຮືອນຄຽງ ອິນເດຍ, ປາກິດສະຖານ ຖະແຫຼງວ່າ ຈະໂຕ້ຕອບໃນ “ຈຸດເວລາ ແລະສະຖານທີ່ ໂດຍປະເທດນີ້ຄັດເລືອກ”.
ແຫຼ່ງຄັດຈາກ: vovworld.vn