leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະທ່ານປະທານາທິບໍດີ ຢູແກຼນ  Volodymyr Zelensky. ພາບ: Ukrgate

ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ທ່ານ Jake Sullivan ໃຫ້ຮູ້ວ່າ: ທ່ານ Volodymyr Zelensky ຈະມີການພົບປະກັບປະທານາທິບໍດີ ອາເມລິກາ Joe Biden ຢູ່ ທຳນຽບຂາວໃນວັນທີ 21 ກັນຍາ ພາຍຫລັງເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຢູ່ ນິວຢອກ. ຕາມທ່ານ Sullivan ແລ້ວ, ປະທານາທິບໍດີ ຢູແກຼນ ອາດຈະພົບປະກັບບັນດາສະມາຊິກລັດຖະສະພາຂອງທັງສອງພັກ ປະຊາທິປະໄຕ ແລະ ສາທາລະນະຢູ່ ສະພາແຫ່ງຊາດ ອາເມລິກາ. ນີ້ແມ່ນການຢ້ຽມຢາມ ອາເມລິກາ ຄັ້ງທີ 2 ຂອງປະທານາທິບໍດີ ຢູແກຼນ ນັບແຕ່ເດືອນທັນວາ ປີກາຍ.  ການຢ້ຽມຢາມດຳເນີນໃນສະພາບການ ອຳນາດການປົກຄອງປະທານາທິບໍດີ ອາເມລິກາ ຮຽກຮ້ອງ ສະພາແຫ່ງຊາດ ອາເມລິກາ ເພີ່ມງົບປະທານ ເພື່ອຫນູນຊ່ວຍໃຫ້ແກ່ ຢູແກຼນ.

ແຫຼ່ງຄັດຈາກ: vovworld.vn