ຫາງສຽງອົດສະຕາລີ ສະແດງຄວາມປະທັບໃຈຕໍ່ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Anthony Albanese
ໃນສອງມື້ຜ່ານມາ, ສື່ມວນຊົນຂອງອົດສະຕາລີ ໄດ້ໃຫ້ຂ່າວ, ບົດຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມຫວຽດນາມ ເປັນເວລາສອງວັນ (3-4 ມິຖຸນາ) ຂອງທ່ານນາຍົກລັດຖະມົນຕີ Anthony Albanese.
ນອກຈາກການເຕື້ອງເຖິງບັນດາການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ Anthony Albanese ຢູ່ຫວຽດນາມ, ບັນດາເນື້ອໃນທີ່ທ່ານໄດ້ແລກປ່ຽນທີ່ການພົບປະຄັ້ງຕ່າງໆ, ສື່ມວນຊົນອົດສະຕາລີ ກໍ່ຄັດສະເໜີບັນດາຂໍ້ສັງເກດອັນຕັ້ງໜ້າຂອງທ່ານນາຍົກລັດຖະມົນຕີ Anthony Albanese ກ່ຽວກັບການພົວພັນກັບຫວຽດນາມ.
    |
 |
ບົດຂຽນກ່ຽວກັບການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Anthony Albanese. ພາບ: vov.vn |
ໜັງສືພິມເອເລັກໂຕນິກ ABC News ໃຫ້ຮູ້ວ່າ ໃນການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Anthony Albanese, ສອງປະເທດໄດ້ລົງນາມບັນດາຂໍ້ຕົກລົງໃນນັ້ນມີບ້ວງເງິນ 105 ລ້ານໂດລາອົດສະຕາລີ ໜູນຊ່ວຍວິວັດການກຳຈັດ ກາກບອນໃຫ້ແກ່ພື້ນຖານເສດຖະກິດຫວຽດນາມ ເພື່ອຊ່ວຍໃຫ້ຫວຽດນາມ ບັນລຸເປົ້າໝາຍຫລຸດອາຍພິດເຮືອນແກ້ວລົງລະດັບ 0 (Net Zero) ໃນປີ 2050; ການຮ່ວມມືກ່ຽວກັບການແບ່ງປັນຂໍ້ມູນຂ່າວສານ ແລະດຳເນີນກອງປະຊຸມສະໄໝສາມັນຂອງບັນດາລັດຖະມົນຕີການຄ້າ…
ໜັງສືພິມ Financial Review ໃຫ້ຮູ້ວ່າ: ນາຍົກລັດຖະມົນຕີອົດສະຕາລີ ປາດຖະໜາຢາກໃຫ້ຫວຽດນາມ ກາຍເປັນຄູ່ຮ່ວມມືແຖວໜ້າຂອງປະເທດນີ້ ແລະຫວັງວ່າ “ສອງປະເທດອາດຈະຍົກລະດັບການພົວພັນຂຶ້ນເປັນຄູ່່ຮ່ວມມືຍຸດທະສາດຮອບດ້ານໃນໄວໆນີ້”.
ບໍ່ພຽງແຕ່ເຕື້ອງເຖິງການເຄື່ອນໄຫວທາງການເທົ່ານັ້ນ, ສື່ມວນຊົນອົດສະຕາລີ ກໍ່ສະແດງຄວາມປະທັບໃຈເມື່ອທ່ານນາຍົກລັດຖະມົນຕີ Anthony Albanese ໄດ້ຢ້ຽມຊົມ ແລະຊິມລົດຊາດຂອງເບຍສົດຮ່າໂນ້ຍ ແລະເຂົ້າຈີ່, ອາຫານບາງເຍື່ອງຂອງຊາວຫວຽດນາມ ທີ່ແຂກທ່ອງທ່ຽວສາກົນນິຍົມອີກດ້ວຍ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ