ກ່າວຄຳເຫັນທີ່ພິທີຮັບດຳລົງຕຳແໜ່ງຢູ່ສະພາແຫ່ງຊາດ, ທ່ານ Recep Tayyip Erdogan ໃຫ້ຄຳໝັ້ນສັນຍາປ້ອງກັນຄວາມຄົງຕົວ ແລະເອກະລາດຂອງປະເທດ, ປະຕິບັດລັດຖະທຳມະນຸນ, ອຳນາດນິຕິບັນຍັດ, ປະຊາທິປະໄຕ, ຫຼັກການຕ່າງໆ ແລະການປະຕິຮູບຂອງຜູ້ກໍ່ຕັ້ງປະເທດ ແລະກໍເປັນປະທານາທິບໍດີຄົນທຳອິດຂອງ ຕວັກກີ ທ່ານ Mustafa Kemal Ataturk. ກໍໃນວັນດຽວກັນ, ທ່ານປະທານາທິບໍດີ ຕວັກກີ ໄດ້ແຕ່ງຕັ້ງລັດຖະບານໃໝ່.

ກໍໃນວັນທີ 3 ມິຖຸນາ, ທ່ານປະທານາທິບໍດີ Recep Tayyip Erdogan ໃຫ້ຄຳໝັ້ນສັນຍາສ້າງລັດຖະທຳມະນູນໃໝ່ບົນເນື້ອໃນຈິດໃຈ “ລັດຖະທຳມະນຸນອິດສະຫຼະພາບ, ພົນລະເຮືອນ ແລະ ຮອບດ້ານ” ເພື່ອແນໃສ່ປັບປຸງພື້ນຖານປະຊາທິປະໄຕ.

ແຫຼ່ງຄັດຈາກ: vovworld.vn