ພາຍຫຼັງພິທີແຫ່ຄົບເພີງຈາກສະຖານທີ່ມູນເຊື້ອຢູ່ ເກຼັກ, ທວນໄຟຈະໄດ້ສົ່ງຂ້າມທະເລໄປຍັງນະຄອນທ່າກໍາປັ່ນ Mareille ດ້ວຍກຳປັ່ນ ໃນວັນທີ 8 ພຶດສະພາ 2028. ຈາກນັ້ນ, ທວນໄຟ Olympic ຈະໄດ້ແຫ່ຜ່ານຫຼາຍສະຖານທີ່ຢູ່ ຝລັ່ງ ແລະ ໄປຍັງນະຄອນຫຼວງ ປາຣີ ດ້ວຍການກະກຽມໃຫ້ແກ່ Olympic Paris 2024 ໃນວັນທີ 26 ກໍລະກົດ 2024.

ປັດຈຸບັນ, ມີຫຼາຍຂໍ້ມູນໂດຍຖືວ່າ ທວນໄຟ ຈະຖືກຕັ້ງຢູ່ທາດ Eiffel, ແຕ່ທ່ານປະທານຄະນະກຳມະການຈັດຕັ້ງ Olympic Paris 2024 Tony Estanguet ໃຫ້ຮູ້ວ່າ ສະຖານທີ່ສຸດທ້າຍ ແມ່ນຍັງບໍ່ທັນກຳນົດໄດ້ເທື່ອ.

ແຫຼ່ງຄັດຈາກ: vovworld.vn