ສິ້ນສຸດການເຈລະຈາເປັນເວລາ 2 ວັນຢູ່ Detroit, ປະເທດ ອາເມລິກາ, ທ່ານນາງ Katherine Tai, ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ໄດ້ຍົກອອກຖະແຫຼງການຂອງປະທານໂດຍລວບລວມບັນດາການປຶກສາຫາລື, ເນັ້ນໜັກລັກສະນະຮອບດ້ານ, ບັ້ນເຄື່ອນໄຫວຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະລັກສະນະຍືນຍົງ. ຖະແຫຼງການຢັ້ງຢືນຄືນໃໝ່ຄວາມຕັດສິນໃຈນຳມາເຊິ່ງສະພາບແວດລ້ອມແຫ່ງການລົງທຶນ ແລະການຄ້າເສລີ, ເປີດເຜີຍ, ຍຸຕິທຳ, ບໍ່ຈຳແນກການປະພຶດ, ໂປ່ງໃສ, ຮອບດ້ານ. ບັນດາລັດຖະມົນຕີການຄ້າ APEC ກໍ່ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາສຳລັບລະບົບການຄ້າຫຼາຍຝ່າຍອີງໃສ່ຫຼັກການ, ດ້ວຍການຖືອົງການການຄ້າໂລກ (WTO) ເປັນໃຈກາງ.

ແຫຼ່ງຄັດຈາກ: vovworld.vn