leftcenterrightdel
ທ່ານນາງ Kristalina Georgieva ຜູ້ອວຍການໃຫຍ່ກອງທຶນເງິນຕາສາກົນ (IMF). ພາບ: TTXVN

ວັນທີ 24 ພຶດສະພາ, ກ່າວຄຳເຫັນທີ່ເວທີປາໄສເສດຖະກິດ ກາຕາ (ເຊິ່ງ ພວມດຳເນີນຢູ່ Doha, ໃນລະຫວ່າງວັນທີ 23 – 25 ພຶດສະພາ), ທ່ານນາງ Kristalina Georgieva ຜູ້ອວຍການໃຫຍ່ ກອງທຶນເງິນຕາສາກົນ (IMF) ໃຫ້ຮູ້ວ່າ ບັນດາຄວາມບໍ່ລົງລອຍກັນຂອງປະເທດອາເມລິກາ ກ່ຽວກັບລະດັບເພດານໜີ້ສາທາລະນະ  “ແມ່ນການກະທຳບໍ່ຈຳເປັນ” ໃຫ້ແກ່ພື້ນຖານເສດຖະກິດໂລກ, ເປັນຕົ້ນແມ່ນໃນໄລຍະມີຄວາມຂາດສະຖຽນລະພາບຫຼາຍຄືປັດຈຸບັນ ດັ່ງນັ້ນຄວນແກ້ໄຂໂດຍໄວ. ບັນດາຕະຫຼາດສາກົນພວມເກີດມີຄວາມວຸ້ນວາຍຍ້ອນການໂຕ້ຖຽງກັນລະຫວ່າງທ່ານປະທານາທິບໍດີ ອາເມລິກາ Joe Biden ກັບການນຳພັກສາທາລະນະ ກ່ຽວກັບລະດັບຈຳກັດໃນການກູ້ຢືມຂອງ ອາເມລິກາ ໃນຂະນະທີ່ເວລາກຳນົດແມ່ນຕົ້ນເດືອນມິຖຸນາ ເພື່ອແກ້ໄຂບັນຫານີ້ທີ່ພວມໃກ້ຈະມາຮອດແລ້ວ.

ທ່ານນາງ Georgieva ເຊື່ອໝັ້ນວ່າ ອາເມລິກາ ຈະຫຼີກລ້ຽງກໍລະນີລົ້ມລະລາຍໄດ້. ເຖິງຢ່າງໃດກໍ່ຕາມ, ລັດຖະບານອາເມລິກາ ອາດຈະບໍ່ມີບ້ວງເງິນໃຊ້ຈ່າຍສາທາລະນະ ໃນເດືອນມິຖຸນາ, ຊ້ຳບໍ່ໜຳແມ່ນລົ້ມລະລາຍ ຖ້າລັດຖະສະພາບໍ່ຍົກລະດັບໜີ້ສາທາລະນະ ຂຶ້ນ 31.400 ຕື້ USD ແລະກໍລະນີນີ້ອາດຈະກໍ່ວິກິດການດ້ານເສດຖະກິດ ແລະເຮັດໃຫ້ບັນດາຕະຫຼາດໃນທົ່ວໂລກຂາດສະຖຽນລະພາບ.

ແຫຼ່ງຄັດຈາກ: vovworld.vn