ຫວຽດນາມ ຕີລາຄາສູງການພົວພັນກັບ WHO
ກປ.ອອນໄລ - ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານນາງ ຫງວຽນທິລຽນເຮືອງ ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫາກໍ່ເຂົ້າຮ່ວມວາລະກອງປະຊຸມ ສະມັດຊາ ອະນາໄມໂລກ (WHA) ຄັ້ງທີ 76 ຢູ່ນະຄອນ ເຊີແນວ ປະເທດ ສະວິດ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິລຽນເຮືອງ ຢືນຢັນວ່າ ເຫດການອົງການອະນາໄມໂລກ (WHO) ໄດ້ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ (7/4/1948 – 7/4/2023), ແມ່ນຂີດໝາຍທີ່ສຳຄັນ.
    |
 |
ບັນຍາກາດຢູ່ນອກສູນກອງປະຊຸມຂອງ ສປຊ ທີ່ນະຄອນ ເຊີແນວ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານນາງຮອງລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ-19 ໃນຂອບຂະໜາດກວ້າງຂວາງ ແລະວ່ອງໄວໃນປີ 2021 ແລະ 2022. ຍ້ອນບັນດາຄວາມມານະພະຍາຍາມດັ່ງກ່າວ, ແຕ່ຕົ້ນປີກາຍມາຮອດປະຈຸບັນ, ຫວຽດນາມ ໄດ້ກ້າວເຂົ້າສູ່ໄລຍະ “ຄວບຄຸ້ມພະຍາດໂຄວິດ-19 ແບບຍືນຍົງ”, ສ້າງຄວາມດຸ່ນດ່ຽງລະຫວ່າງການພັດທະນາເສດຖະກິດ - ສັງຄົມ ກັບມາດຕະການການແພດຊຸມຊົນເພື່ອປົກປ້ອງຜູ້ທີ່ມີຄວາມສ່ຽງສູງກວ່າເພິ່ນ ແລະລະບົບການແພດ.
ທ່ານນາງຮອງລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ຕີລາຄາສູງການພົວພັນຄູ່ຮ່ວມມືດ້ານເຕັກນິກທີ່ແໜ້ນແຟ້ນຂອງ WHO ກັບລັດຖະບານຫວຽດນາມ. ຫວຽດນາມ ປາດຖະໜາຢາກສືບຕໍ່ຮ່ວມມືກັບ WHO ແລະຫວັງວ່າຈະໄດ້ຮັບການໜູນຊ່ວຍຈາກ WHO ໃນໄລຍະຈະມາເຖິງ.
ໂດຍ: ຈາງຫງວຽນ