ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ຖືວ່າ: ໄດ້ຮອດຈຸດເວລາປະຕິຮູບທັງສະພາຄວາມໝັ້ນຄົງ ສປຊ ແລະລະບົບ Bretton Woods (ເຊິ່ງເປັນລະບົບການເງິນສາກົນ ແລະບັນດາລະບອບການເງິນທີ່ກ່ຽວຂ້ອງເຖິງການໃຊ້ສະກຸນເງິນໂດລາສະຫະລັດ ແທນທີ່ໃຫ້ສະກຸນເງິນໜຶ່ງດຽວເພື່ອຊຳລະເງິນຕາສາກົນ ແລະສະສົມໝູນວຽນ).

leftcenterrightdel
ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ. ພາບ: ສປຊ

ວັນທີ 21 ພຶດສະພາ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນ Hiroshima (ປະເທດຍີ່ປຸ່ນ), ບ່ອນດຳເນີນກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ແລະ G7 ເປີດກວ້າງ, ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ໄດ້ຊີ້ແຈ້ງວ່າ: ທັງສະພາຄວາມໝັ້ນຄົງ ສປຊ ແລະລະບົບ Bretton Woods ລ້ວນແຕ່ສະແດງໃຫ້ເຫັນການພົວພັນໂດຍອີງໃສ່ກຳລັງແຮງນັບແຕ່ປີ 1945 ແລະ ປະຈຸບັນ, ຕ້ອງໄດ້ຍົກລະດັບເພື່ອເໝາະສົມກັບສະພາບຕົວຈິງຂອງໂລກໃນປະຈຸບັນ. ໂຄງປະກອບການເງິນທົ່ວໂລກຫຼ້າຫຼັງ, ບໍ່ມີຄວາມສາມາດ ແລະບໍ່ມີຄວາມຍຸຕິທຳ. ຕໍ່ໜ້າສະພາບກະທົກກະເທືອນດ້ານເສດຖະກິດຍ້ອນໂລກລະບາດໂຄວິດ-19 ແລະການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ, ລະບົບນີ້ກໍ່ບໍ່ສາມາດປະຕິບັດສຳເລັດພາລະໜ້າທີ່ພື້ນຖານຂອງຕົນທີ່ແມ່ນລະບົບຮັບປະກັນຄວາມປອດໄພໃຫ້ທົ່ວໂລກໄດ້.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ