ວັນທີ 20 ພຶດສະພາ, ບັນດາການນຳກຸ່ມບັນດາປະເທດອຸດສາຫະກຳ ພັດທະນາ (G7) ໄດ້ອອກຖະແຫຼງການຮ່ວມຢູ່ກອງປະຊຸມສຸດຍອດ ຢູ່ Hiroshima (ຍີ່ປຸ່ນ),ໃນນັ້ນໄດ້ຊັ່ງຊາໂອກາດຮ່ວມມື ແລະ ຫຼີກລ້ຽງການເພີ່ມຄວາມເຄັ່ງຂຶ້ນກັບ ຈີນ ເຊິ່ງແມ່ນພື້ນຖານເສດຖະກິດໃຫຍ່ອັນອັບທີ 2 ຂອງໂລກ. ໃນຖະແຫຼງການຮ່ວມ, ບັນດາການນຳ G7 ໄດ້ເນັ້ນໜັກເຖິງຄວາມຫວັງ ຢາກສ້າງການພົວພັນທີ່ມີສະຖຽນລະພາບ ແລະ ມີລັກສະນະສ້າງສັນກັບ ປັກກິ່ງ, ພ້ອມທັງຄັດຄ້ານ ບັນດາການເຄື່ອນໄຫວຫັນເປັນການທະຫານຢູ່ເຂດອາຊີ - ປາຊີຟິກ.

leftcenterrightdel
ການນຳບັນດາປະເທດ G7 ເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບຂ້ອງເຖິງບັນຫາປັນຍາທຽມ (AI) ບັນດາການນຳ G7 ໄດ້ຮຽກຮ້ອງຕ້ອງພັດທະນາ ແລະ ນຳໃຊ້ມາດຖານເຕັກນິກສາກົນ ຕໍ່ AI ທີ່ເປັນໜ້າໄວ້ເນື້ອເຊື່ອໃຈ, ໃນສະພາບການທີ່ວົງການຜູ້ສ້າງກົດໝາຍຂອງບັນດາປະເທດ G7 ສຸມໃສ່ເຂົ້າເຕັກໂນໂລຢີໃໝ່ນີ້. ກ່ຽວກັບບັນຫາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບັນດາການນຳ G7 ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາປະຕິບັດ ວິວັດທະນາການຫັນໄປສູ່ປອດທາດກາກບອນໃນປີ 2030 ແລະ ໝັ້ນໝາຍບັນລຸໄດ້ເປົ້າໝາຍການປ່ອຍອາຍພິດລົງລະດັບ 0 ໃນປີ 2050. ບັນດາການນຳ G7 ພ້ອມກັນຢັ້ງຢືນວ່າຈະເພີ່ມທະວີການໜູນຊ່ວຍພະລັງງານ ແລະ ພັດທະນາໃຫ້ແກ່ບັນດາປະເທດຫາກໍ່ພົ້ນເດັ່ນ ແລະ ພວມພັດທະນາ, ເຫັນດີເປັນເອກະພາບຕໍ່ການປະຕິບັດບັນດາບາດກ້າວເພື່ອຄ້ຳປະກັນສະບຽງອາຫານທີ່ຖືກນາບຂູ່ໂດຍການປະທະກັນຢູ່ ຢູແກຼນ.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ