ປະຕິກິລິຍາຂອງຝ່າຍຕາເວັນຕົກຈະບໍ່ບັງຄັບໃຫ້ ລັດເຊຍ ປ່ຽນແຜນການອາວຸດນິວເຄຼຍຍຸດທະວິທີຢູ່ ເບລາຣຸດ
ກ່ອນໜ້ານັ້ນ, ວັນເສົາ (25 ມີນາ), ທ່ານປະທານາທິບໍດີລັດເຊຍ Vladimir Putin ໃຫ້ຮູ້ວ່າ ມົດສະກູ ແລະ Minsk ໄດ້ເຫັນດີເປັນເອກະພາບກ່ຽວກັບການຜັນຂະຫຍາຍອາວຸດນິວເຄຼຍຍຸດທະວິທີຢູ່ ເບລາຣຸດ...
    |
 |
ທ່ານ Dmitry Peskov, ເລຂາດ້ານສື່ມວນຊົນຂອງທ່ານປະທານາທິບໍດີລັດເຊຍ. ພາບ: Rianovosti |
ວັນທີ 27 ມີນາ, ທ່ານ Dmitry Peskov, ເລຂາດ້ານສື່ມວນຊົນຂອງທ່ານປະທານາທິບໍດີ ລັດເຊຍ ໄດ້ປະກາດແຜນການຜັນຂະຫຍາຍອາວຸດນິວເຄຼຍຍຸດທະວິທີຢູ່ ເບລາຣຸດ ຈະບໍ່ມີການປ່ຽນແປງໂດຍບໍ່ຫົວຊາຕໍ່ປະຕິກິລິຍາຂອງບາງປະເທດ.
ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ ມົດສະກູ, ທ່ານ Dmitry Peskov ເນັ້ນໜັກວ່າ: “ແນ່ນອນວ່າ, ປະຕິກິລິຍາຄືດັ່ງກ່າວຈະບໍ່ສາມາດເຮັດໃຫ້ປ່ຽນແປງແຜນການຂອງລັດເຊຍໄດ້. ທ່ານປະທານາທິບໍດີ Putin ໄດ້ອະທິບາຍທຸກຢ່າງໃນຖະແຫຼງການຂອງຕົນໃນການຕອບສຳພາດໃນວັນເສົາ”.
ກ່ອນໜ້ານັ້ນ, ວັນເສົາ (25 ມີນາ), ທ່ານປະທານາທິບໍດີລັດເຊຍ Vladimir Putin ໃຫ້ຮູ້ວ່າ ມົດສະກູ ແລະ Minsk ໄດ້ເຫັນດີເປັນເອກະພາບກ່ຽວກັບການຜັນຂະຫຍາຍອາວຸດນິວເຄຼຍຍຸດທະວິທີຢູ່ ເບລາຣຸດ. ສາຍເຫດແມ່ນຍ້ອນຖະແຫຼງການຂອງ ລາຊະອານາຈັກອັງກິດ ກ່ຽວກັບການສະໜອງລູກປືນທີ່ມີທາດ uranium ໃຫ້ແກ່ ຢູແກຼນ.
ແຫຼ່ງຄັດຈາກ: vovworld.vn