ໄພພິບັດດິນເຊາະເຈື່ອນເກີດຂຶ້ນຢູ່ເກາະ Serasan ໃນວັນທີ 6 ມີນາ, ປະຈຸບັນ ໄດ້ເຮັດໃຫ້ກວ່າ 1.200 ຄົນຕ້ອງອົບພະຍົບໃນຂະນະທີ່ໝູ່ບ້ານ 3 ແຫ່ງຖືກຝັງຢູ່ໃຕ້ດິນ. ອຳນາດການປົກຄອງທ້ອງຖິ່ນໄດ້ປະກາດສະພາບສຸກເສີນ ແລະຍົກລະດັບການກ່າວເຕືອນອັນຕະລາຍຢູ່ໃນລະດັບສູງສຸດສຳລັບປະຊາຊົນທ້ອງຖິ່ນ ແລະເຂດໃກ້ຄຽງ. ໄປຄຽງຄູ່ກັນນັ້ນ, ລັດຖະບານ ອິນໂດເນເຊຍ ໄດ້ຜັນຂະຫຍາຍບ້ວງເງິນທີ່ມີມູນຄ່າ 56.000 ໂດລາສະຫະລັດ ເພື່ອໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍ.

ແຫຼ່ງຄັດຈາກ: vovworld.vn