leftcenterrightdel
ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz. ພາບ: THX/ສໍານັກຂ່າວສານຫວຽດນາມ. 

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ພ້ອມແລ້ວທີ່ຈະຕິດຕໍ່ພົວພັນກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz, ເຖິງວ່າ ປັດຈຸບັນການໂອ້ລົມທາງໂທລະສັບສອງຝ່າຍຍັງບໍ່ທັນໄດ້ສັບຊ້ອນເຂົ້າໃນວາລະເຮັດວຽກຂອງການນຳ ລັດເຊຍ. ສຳນັກຂ່າວສານ Sputnik ໄດ້ຄັດສະເໜີຄຳຢັ້ງຢືນດັ່ງກ່າວ ຂອງທ່ານ Dmitry Peskov  ເມື່ອກ່າວຕໍ່ວົງການນັກຂ່າວຢູ່ ມົດສະກູ ໃນວັນທີ 29 ມັງກອນ.

ກ່ອນໜ້ານັ້ນ, ໃນວັນດຽວກັນ ວັນທີ 29 ມັງກອນ, ໃນບົດຕອບສຳພາດທີ່ໄດ້ເອົາລົງໃນໜັງສືພິມລາຍວັນ Der Tagesspiegel, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໃຫ້ຮູ້ວ່າ ພວມຊອກຫາວິທີເພື່ອສືບຕໍ່ດຳເນີນການເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຍ້ອນ “ຈຳເປັນຕ້ອງເຈລະຈານຳກັນ”.

ແຫຼ່ງຄັດຈາກ vovworld.vn