ລາວ ສືບຕໍ່ນອນໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈທີ່ສຸດ
ກປ.ອອນໄລ - ໂດຍສືບຕໍ່ການຄັດເລືອກຂອງຫຼາຍສື່ສິງພິມໃນໂລກ, ເວັບໄຊ Traveller ຂອງອົດສະຕາລີ ຫາກໍ່ຈັດປະເທດລາວ ເຂົ້າໃນບັນຊີລາຍຊື່ 10 ປະເທດໃນ 25 ສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈທີ່ສຸດໃນປີ 2023.
ເວັບໄຊ Traveler ຂອງອົດສະຕາລີ ຫາກໍ່ເອົາປະເທດລາວເຂົ້າໃນບັນຊີລາຍຊື່ 10 ປະເທດໃນ 25 ສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈທີ່ສຸດໃນປີ 2023 ຂອງໂລກ. ບົດຂຽນໃຫ້ຮູ້ວ່າ ໃຜທີ່ເຄີຍໄປທ່ຽວລາວ ແລ້ວ ລ້ວນແຕ່ຮູ້ໄດ້ຢ່າງຈະແຈ້ງເຖິງສິ່ງທີ່ຊັກຊວນຍົວະຍວນໃຈດ້ວຍຄວາມງາມຂອງປະເທດນີ້, ນັບແຕ່ດ້ານວັດທະນະທຳທີ່ເກົ່າແກ່ຂອງຫຼວງພະບາງ ຕະຫຼອດຮອດເມືອງເອກແຫ່ງການທ່ອງທ່ຽວພະຈົນໄພວັງວຽງ ແລະເຕັມໄປດ້ວຍພະລັງແຮງທີ່ໜຸ່ມແໜ້ນຂອງນະຄອນຫຼວງວຽງຈັນ.
    |
 |
ທົ່ງໄຫຫີນຊຽງຂວາງ (ລາວ). ພາບ: ສໍານັກຂ່າວສານຫວຽດນາມ |
ຄຽງຂ້າງນັ້ນ, ເຂົາເຈົ້າ ຍັງໄດ້ຄົ້ນຫາດ້ວຍການຂີ່ລົດຕຸກໆທີ່ແໜ້ນອັດແລ່ນໄປຕາມເສັ້ນທາງແຄບ, ນ້ອຍ, ຄົດລ້ຽວອ້ອມໄປຕາມໂນນພູຂອງປະເທດທີ່ບໍ່ມີທະເລນີ້. ເຖິງຢ່າງໃດກໍ່ຕາມ, ທຸກສິ່ງທຸກຢ່າງໄດ້ປ່ຽນແປງເມື່ອປະເທດລາວ ເລີ່ມເປີດບໍລິການເສັ້ນທາງລົດໄຟບໍ່ເຕນ-ວຽງຈັນ, ເຊື່ອມຕໍ່ນະຄອນຫຼວງວຽງຈັນ ກັບຊາຍແດນພາກເໜືອຂອງປະເທດນີ້ໃນທ້າຍປີ 2021.
ເສັ້ນທາງລົດໄຟນີ້ບໍ່ພຽງແຕ່ແລ່ນຜ່ານແຫຼ່ງທ່ອງທ່ຽວທີ່ນິຍົມຂອງລາວ ຄື: ວັງວຽງ, ຫຼວງພະບາງ, ເມືອງໄຊ ເທົ່ານັ້ນ ແຕ່ຍັງເຮັດໃຫ້ເວລາໃນການເດີນທາງສັ້ນລົງຕື່ມ, ພ້ອມດຽວກັນນັ້ນ, ແມ່ນເຮັດໃຫ້ການເດີນທາງເອກະລາດຂອງນັກທ່ອງທ່ຽວທີ່ຢາກຄົ້ນຫາປະເທດລາວ ຕາມໃຈມີການປ່ຽນແປງ. ຕາມສື່ມວນຊົນລາວແລ້ວ, ເລື່ອງທີ່ສື່ສິງພິມມີຊື່ສຽງຄື CNN, National Geographic, Wanderlust ແລະ Fodor's ເອົາປະເທດລາວ ເຂົ້າໃນບັນຊີລາຍຊື່ບັນດາສະຖານທີ່ທ່ອງທ່ຽວແຖວໜ້ານັ້ນ, ລາວ ກຳລັງຈະກາຍເປັນປະເທດທ່ອງທ່ຽວໃນປີ 2023 ຢ່າງວ່ອງໄວ.
ບົນພື້ນຖານນັ້ນ, ຫວ່າງມໍ່ໆມານີ້, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວຂອງປະເທດນີ້ໄດ້ວາງຄາດໝາຍດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ໄດ້ 1,4 ລ້ານເທື່ອຄົນໃນປີນີ້.
ໂດຍ: ທະນາພອນ