ຫວຽດນາມ ສະໜັບສະໜູນເປີດກວ້າງສະພາຄວາມໝັ້ນຄົງ ສະຫະປະຊາຊາດ
ກປ.ອອນໄລ - ວັນທີ 26 ມັງກອນ, ທີ່ສໍານັກງານ ສປຊ ຢູ່ນິວຢອກ, ວິວັດທະນາການເຈລະຈາລະຫວ່າງລັດຖະບານ (IGN) ກ່ຽວກັບການປັບປຸງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ທີ່ກອງປະຊຸມ ຊຸດທີ 77 ຂອງສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ປະຊຸມວາລະທໍາອິດ ກ່ຽວກັບບັນຫາຜູ້ຕາງໜ້າຄວາມຍຸຕິທໍາ ແລະເພີ່ມຈຳນວນກໍາມະການ ໃນສະພາຄວາມໝັ້ນຄົງ ສະຫະປະຊາຊາດ.
ໃນວິວັດການປຶກສາຫາລື, ບັນດາປະເທດສະມາຊິກຂອງ ສປຊ ລ້ວນແຕ່ເນັ້ນໜັກເຖິງຄວາມຈໍາເປັນຕ້ອງປັບປຸງ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ເພື່ອແນໃສ່ຮັບປະກັນລັກສະນະຕາງໜ້າ, ປະຊາທິປະໄຕ, ໂປ່ງໃສ, ມີປະສິດທິຜົນກໍ່ຄືສາມາດສ່ອງແສງສະພາບຕົວຈິງຂອງໂລກໃນປັດຈຸບັນ.
    |
 |
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງຈ່າ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງຈ່າ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ຢໍ້າຄືນທັດສະນະຂອງຫວຽດນາມ ແມ່ນສະໜັບສະໜູນການເປີດກວ້າງ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ກ່ຽວກັບຈຳນວນກໍາມະການປະຈໍາການ ແລະກໍາມະການບໍ່ປະຈໍາການ, ຮັບປະກັນໃຫ້ຜູ້ຕາງໜ້າຄວາມຍຸຕິທໍາ ໃຫ້ກຸ່ມພາກພື້ນ, ເປັນຕົ້ນແມ່ນສໍາລັບກຸຸ່ມປະເທດຍັງບໍ່ທັນມີຜູ້ຕາງໜ້າ ຫຼືຜູ້ຕາງໜ້າມີໜ້ອຍ, ໃນນັ້ນມີບັນດາປະເທດກໍາລັງພັດທະນາ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງຈ່າ ກໍ່ເນັ້ນໜັກເຖິງເລື່ອງປັບປຸງແບບວິທີເຮັດວຽກຂອງ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ແລະຈຳກັດການນໍາໃຊ້ສິດຢັບຢັ້ງ.
ໂດຍ: ທູຈາງ