leftcenterrightdel
ທ່ານ Kim Gunn ທູດພິເສດຂອງ ສ.ເກົາຫຼີ ຮັບຜິດຊອບກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງຢູ່ແຫຼມເກົາຫຼີ  ພົບປະ ທ່ານ Massimo Aparo ຮອງຜູ້ອຳນວຍການອົງການພະລັງງານ ປະລະມານູສາກົນ (IAEA). ພາບ: Yonhap/ສໍານັກຂ່າວສານຫວຽດນາມ

ວັນທີ 26 ມັງກອນ, ທ່ານ Kim Gunn ທູດພິເສດຂອງ ສ.ເກົາຫຼີ ຮັບຜິດຊອບກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງຢູ່ແຫຼມເກົາຫຼີ  ໄດ້ພົບປະ ທ່ານ Massimo Aparo ຮອງຜູ້ອຳນວຍການອົງການພະລັງງານ ປະລະມານູສາກົນ (IAEA) ເພື່ອປຶກສາຫາລື ແກ້ໄຂທາງຕັນກ່ຽວກັບບັນຫານິວເຄຼຍ ຂອງ ສປປ.ເກົາຫຼີ. ໃນການພົບປະຢູ່ ເຊີອູນ, ເຈົ້າໜ້າທີ່ສອງທ່ານ ຫວັງວ່າຄະນະເລຂາຂອງ IAEAຈະສວມບົດບາດຢ່າງຕັ້ງໜ້າໃນການສົ່ງສານຢ່າງແຮງສຳລັບ ສປປ.ເກົາຫຼີ ຢູ່ອົງການນີ້ ຖ້າຫາກວ່າ ພຽງຢາງ ດຳເນີນການທົດລອງນິວເຄຼຍຄັ້ງທີ 7. ທ່ານ Aparo ໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບຄວາມສາມາດທີ່ ພຽງຢາງ ຈະດຳເນີນການທົດລອງນິວເຄຼຍ ອື່ນອີກ, ພ້ອມທັງອະທິບາຍວ່າ IAEA ກຳລັງ ກຳສວມບົດບາດຢ່າງຕັ້ງໜ້າໃນການຕິດຕາມກວດກາ ບັນດາຮາກຖານນິວເຄຼຍຂອງ ສປປ.ເກົາຫຼີ ແລະ ສືບຕໍ່ກຽມພ້ອມຢັ້ງຢືນບັນດາສະຖານທີ່ທີ່ກ່ຽວຂ້ອງ.

IAEA ໄດ້ສະແດງໃຫ້ເຫັນຄວາມວິຕົກກັງວົນ ກ່ຽວກັບໂຄງການນິວເຄຼຍ ສປປ.ເກົາຫຼີ ຫຼາຍຄັ້ງແລ້ວ, ພ້ອມທັງກະຕຸກຊຸກຍູ້ໃຫ້ປະເທດນີ້ ປະຕິບັດບັນດາມະຕິຂອງ ສະພາຄວາມໝັ້ນຄົງ ສປຊ.

ແຫຼ່ງຄັດຈາກ vovworld.vn