leftcenterrightdel
ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ. ພາບ: Ceoworld Magazine.

ວັນທີ 26 ມັງກອນ, ລັດຖະບານຍີ່ປຸ່ນ ໃຫ້ຮູ້ວ່າ: ປະເທດນີ້, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ ແລະ ສະຫະພາບເອີລົບ (EU) ໄດ້ຈັດການໂອ້ລົມສົນທະນາ ຂັ້ນຮອງລັດຖະມົນຕີການຕ່າງປະເທດຄັ້ງທຳອິດ, ເປັນເອກະພາບຊຸກຍູ້ການຮ່ວມມືຢ່າງລະອຽດຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ. ໃນການໂອ້ລົມສົນທະນາ ທາງໄກ, ທ່ານເລຂາທິການໃຫຍ່ ອົງການການພົວພັນຕ່າງປະເທດ EU Stefano Sannino,  ຜູ້ທີ່ກຳລັງໄປປະຕິບັດງານຢູ່ ໂຕກຽວ ແລະ ທ່ານຮອງລັດຖະມົນຕີ ການຕ່າງປະເທດ ຍີ່ປຸ່ນ Takeo Mori ພ້ອມດ້ວຍຄູ່ຮ່ວມຕຳແໜ່ງ, ທ່ານ Cho Hyn Dong ຂອງ ສ.ເກົາຫຼີ, ທ່ານ JanAdams ຂອງ ອົດສະຕາລີ ແລະ ທ່ານ Chris Seed ຂອງນິວຊີແລນ ໄດ້ແບ່ງປັນທັດສະນະວ່າ ການປຶກສາຫາລືກ່ຽວກັບວິທີການຮັກສາ ຄວາມເປັນລະບຽບສາກົນ ຄວາມເສລີ ແລະ ການເປີດອົກເປີດໃຈທີ່ອີ່ງໃສ່ກົດໝາຍແມ່ນມີຄວາມໝາຍສຳຄັນທີ່ສຸດ. ນອກຈາກນັ້ນ, ເຈົ້າໜ້າທີ່ 5 ທ່ານນີ້ກໍ່ຍັງປຶກສາຫາລືກ່ຽວກັບການແຊກແຊງຂອງ EU ແລະ ບັນດາປະເທດ ທີ່ມີທິດທາງດຽວກັນໃນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ. ການໂອ້ລົມສົນທະນາໄດ້ດຳເນີນໃນສະພາບທີ່ບັນດາປະເທດ ເອີລົບກຳລັງສຸມໃສ່ເລື່ອງປັບປຸງການພົວພັນຄູ່ຮ່ວມມືດ້ານຄວາມໝັ້ນຄົງກັບ 4 ປະເທດ ອາຊີ - ປາຊີຟິກ.