ວັງ Kremlin ໃຫ້ຮູ້ວ່າ, ໃນການເຈລະຈາທາງໂທລະສັບ,  ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງປະຕິບັດຂໍ້ຕົກລົງກ່ຽວກັບທັນຍາຫານຢ່າງຍຸຕິທຳ ແລະຮອບດ້ານຕາມນັ້ນແລ້ວ ແມ່ນຍົກເລີກຫົວກິດຂວາງຕໍ່ແຫຼ່ງສະໜອງຂອງລັດເຊຍ. ນອກຈາກນັ້ນ, ການນຳລັດເຊຍກໍ່ຮຽກຮ້ອງໃຫ້ດຳເນີນການກວດກາຢ່າງເປີດເຜີຍ ກ່ຽວກັບເຫດການທີ່ເກີດຂຶ້ນຢູ່ທໍ່ສົ່ງອາຍແກັສຈາກລັດເຊຍ ໄປຍັງເຢຍລະມັນ (Nord Stream 1), ດ້ວຍການເຂົ້າຮ່ວມຂອງອົງການເຈົ້າໜ້າທີ່ຂອງລັດເຊຍ.

leftcenterrightdel
ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະທ່ານນາຍົກລັດຖະມົນຕີເຢຍລະມັນ Olaf Scholz (ພາບ: TTXVN)

ສ່ວນທ່ານນາຍົກລັດຖະມົນຕີເຢຍລະມັນ Olaf Scholz ກໍ່ຮຽກຮ້ອງໃຫ້ປະທານາທິບໍດີ Vladimir Putin ຊຸກຍູ້ມາດຕະການທາງການທູດໃຫ້ແກ່ການປະທະກັນຢູ່ຢູແກຼນ ແມ່ນຍິ່ງໄວກໍ່ຍິ່ງດີ. ການນຳສອງທ່ານ ມັກດຳເນີນການເຈລະຈາທາງໂທລະສັບນຳກັນເປັນປະຈຳ ນັບແຕ່ເວລາທີ່ລັດເຊຍ ເປີດບັ້ນຮົບການທະຫານພິເສດ ຢູ່ຢູແກຼນ.

ແຫຼ່ງຄັດຈາກ: vovworld.vn