ຕາມກົນໄກຈັດແບ່ງສິດອຳນາດເຊິ່ງ Scotland ພວມປະຕິບັດ, ສິດອຳນາດໃນການອະນຸມັດຕໍ່ການຈັດຕັ້ງການເອົາຄວາມເຫັນຂອງປະຊາຊົນກ່ຽວກັບບັນຫາເອກະລາດຂອງເຂດດິນແດນໃດໜຶ່ງ ແມ່ນຂຶ້ນກັບ ສະພາແຫ່ງຊາດ ອັງກິດ. ດັ່ງນັ້ນ, ລັດຖະສະພາເຂດ Scotland ບໍ່ມີສິດອຳນາດເພື່ອປະຕິບັດໜ້າວຽກນີ້.

leftcenterrightdel
ສານສູງສຸດ ອັງກິດ. ພາບ: Euronews/ສໍານັກຂ່າວສານຫວຽດນາມ.

ອຳນາດການປົກຄອງອັງກິດ ເຊິ່ງແມ່ນອົງການຕິດຕາມກວດກາບັນດາບັນຫາລັດຖະທຳມະນູນໃນທົ່ວປະເທດຍາມໃດກໍປະຕິເສດການມອບສິດອຳນາດໃຫ້ແກ່ອຳນາດການປົກຄອງເຂດ Scotland ຈັດຕັ້ງການເອົາຄວາມເຫັນຂອງປະຊາຊົນກ່ຽວກັບບັນຫາແຍກເຂດອອກເປັນເອກະລາດ. ລອນດອນ ຢັ້ງຢືນວ່າ ໝາກຜົນຂອງການເອົາຄວາມເຫັນຂອງປະຊາຊົນປີ 2014 ດ້ວຍອັດຕາ 55% ປະຊາຊົນ Scotland  ຄັດຄ້ານການແຍກອອກເປັນເອກະລາດນັ້ນ ແມ່ນຄຳຕອບທີ່ມີຄຸນຄ່າໃຫ້ທັງຍຸກສະໄໝ.

ແຫຼ່ງຄັດຈາກ vovworld.vn