ວັນທີ 23 ພະຈິກ, ໃນຖະແຫຼງການໜຶ່ງຢູ່ ເຕເຮຣານ, ທ່ານ Mohammad Eslami ຜູ້ນຳໜ້າອົງການພະລັງງານປະລະມານູ ອີຣານ (AEOI) ເນັ້ນໜັກວ່າ ການສ້າງຄວາມກົດດັນດ້ານການເມືອງ ແລະ ການຍົກອອກມະຕິລົງໂທດ ເຕເຮຣານ ບໍ່ແມ່ນມາດຕະການ ເພື່ອແກ້ໄຂບັນດາບັນຫາລະຫວ່າງ ອີຣານ ແລະ ອົງການພະລັງງານປະລະມານູສາກົນ (IAEA). ເຈົ້າໜ້າທີ່ອີຣານ ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ຄວາມກົດດັນດ້ານການເມືອງ ແລະ ບັນດາການກະທຳທີ່ກໍ່ຄວາມກົດດັນ ໄດ້ເຮັດໃຫ້ຂະບວນວິວັດການ ປຶກສາຫາລື ແລະ ເຈລະຈາທີ່ ຈະໄດ້ຮັບປະຕິກິລິຍາຕອບຄືນຈາກຝ່າຍອີຣານອ່ອນແອລົງ.

leftcenterrightdel
ທ່ານ Mohammad Eslami ຜູ້ນຳໜ້າອົງການພະລັງງານປະລະມານູ ອີຣານ (AEOI). ພາບ: IRNA/ສໍານັກຂ່າວສານຫວຽດນາມ

ຖະແຫຼງການໄດ້ຍົກອອກມາໃນວັນທີ 22 ພະຈິກ, AEOI ໄດ້ປະກາດເລີ່ມເສີມທາດ ຢູລານຽມຢູ່ໃນລະດັບ 60% ຢູ່ໂຮງງານນິວເຄຼຍ Fordow ຢູ່ໃຕ້ດິນຄືສ່ວນໜຶ່ງຂອງບັນດາມາດຕະການໂຕ້ຕອບ ເລື່ອງ ຫວ່າງມໍ່ໆມານີ້ IAEA ໄດ້ຮັບຮອງເອົາມະຕິລົງໂທດ ອີຣານ. ໃນວັນດຽວກັນ, ອັງກິດ, ຝລັ່ງ ແລະ ເຢຍລະມັນໄດ້ອອກຖະແຫຼງການຮ່ວມສະແດງຄວາມວິຕົກກັງວົນກ່ຽວກັບ ໂຄງການນິວເຄຼຍຂອງ ອີຣານ ໃນຂະນະທີ່ ທຳນຽບຂາວກໍ່ໄດ້ຂຶ້ນສຽງສະແດງຄວາມວິຕົກກັງວົນຕໍ່ບັນດາບາດກ້າວ ຍົກລະດັບໂຄງການນິວເຄຼຍ ອີຣານ.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ