leftcenterrightdel
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຈີນ ເຫີ້ວເພິງເຫີ ແລະທ່ານລັດຖະມົນຕີກະຊວງປ້ອງກັນ ປະເທດອາເມລິກາ Austin Lloyd. ພາບ: AFP

ເມື່ອຕອບຄຳຖາມກ່ຽວກັບເລື່ອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດຈີນ ແລະອາເມລິກາ ຈະດຳເນີນການເຈລະຈາ ຢູ່ກຳປູເຈຍ ຫຼືບໍ່ນັ້ນ, ທ່ານ ຕານເຄືອພວຍ ໂຄສົກກະຊວງປ້ອງກັນປະເທດຈີນ ໃຫ້ຮູ້ວ່າ: ຈີນ ຍັງຮັກສາທ່າທີເປັນເຈົ້າການ ແລະເປີດໃຈ ເພື່ອແລກປ່ຽນກັບອາເມລິກາ. ປັດຈຸບັນສອງຝ່າຍ ພວມສົມທົບກັນເພື່ອຈັດການແລກປ່ຽນຢູ່ນອກກອງປະຊຸມ ທີ່ຈະດຳເນີນໃນວັນທີ 23 ພະຈິກ ຢູ່ກຳປູເຈຍ.

ກ່ອນໜ້ານັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຈີນ ເຫີ້ວເພິງເຫີ ແລະທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Austin Lloyd ໄດ້ຢັ້ງຢືນຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ເປີດກວ້າງ ຢູ່ກຳປູເຈຍ.

ແຫຼ່ງຄັດຈາກ: vovworld.vn