ຫວຽດນາມ ໃຫ້ຄໍາໝັ້ນສັນຍາຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍທີ່ສະພາສິດທິມະນຸດ ສປຊ
ກປ.ອອນໄລ - ວັນທີ 27 ມິຖຸນາ, ໃນຂອບເຂດກອງປະຊຸມສະໄໝສາມັນ ຄັ້ງທີ 50, ສະພາສິດທິມະນຸດ ສປຊ ໄດ້ຈັດຕັ້ງວາລະປຶກສາຫາລືປະຈໍາປີກ່ຽວກັບສິດທິແມ່ຍິງຢູ່ເຊີແນວ, ສະວິດ, ດ້ວຍການເຂົ້າຮ່ວມຂອງທ່ານນາງ Michelle Bachelet ຂ້າຫຼວງໃຫຍ່ສະຫະປະຊາຊາດກ່ຽວກັບສິດທິມະນຸດ, ທ່ານນາງ Elizaberth Gomez Alcorta ລັດຖະມົນຕີແມ່ຍິງອາກຊັງຕີນ, ຜູ້ຕາງໜ້າບັນດາປະເທດ, ການນໍາບັນດາອົງການຈັດຕັ້ງສາກົນ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານໃນບັນດາ ຂົງເຂດແຮງງານ ແລະຄວາມສະເໝີພາບລະຫວ່າງຍິງ-ຊາຍ.