leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດ ຈັດຂຶ້ນຢູ່ ເຢຍລະມັນ ໃນວັນທີ 26 ມິຖຸນາ. ພາບ: Reuters.

ໃນການຖະແຫຼງຂ່າວຮ່ວມພາຍຫຼັງສິ້ນສຸດວາລະປຶກສາຫາລືຂອງກອງປະຊຸມສຸດຍອດ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ພ້ອມດ້ວຍການນຳ G7 ຈຳນວນໜຶ່ງໄດ້ປະກາດຂໍ້ລິເລີ່ມ “ການພົວພັນຄູ່ຮ່ວມມືກ່ຽວກັບພື້ນຖານໂຄງລ່າງ ແລະ ການລົງທຶນທົ່ວໂລກ”. ເນື້ອໃນຈຸດສຸມຂອງໂຄງການນີ້, ນອກຈາກບ້ວງເງິນລົງທຶນໃຫ້ແກ່ຂົງເຂດປົກປັກຮັກສາດິນຟ້າອາກາດ ແມ່ນໂຄງການລົງທຶນໃຫ້ແກ່ລະບົບຄົມມະນາຄົມ, ສາທາລະນະສຸກ ແລະ ພື້ນຖານໂຄງລ່າງເຕັກນິກດີຈີຕອນ.

ທ່ານປະທານາທິບໍດີ ອາເມລິກາ Joe Biden ຖະແຫຼງວ່າ ໄລ່ຮອດປີ 2027, ຈະມີເງິນປະມານ 600 ຕື້ USD ໄດ້ຮັບການລົງທຶນ. ສະເພາະ ອາເມລິກາ ປາຖະໜາວ່າ ຈະສະໜອງທຶນປະມານ 200 ຕື້ USD ເຂົ້າໃນການລົງທຶນສາທາລະນະ ແລະ ການລົງທຶນພາກເອກະຊົນໃຫ້ແກ່ໂຄງການນີ້ໃນເວລາ 5 ປີຈະມາເຖິງ. ໃນຂະນະນັ້ນ, ທ່ານປະທານຄະນະກຳມະການເອີຣົບ Ursula von der Leyen ໃຫ້ຮູ້ວ່າ ສະຫະພາບເອີຣົບ (ອີຢູ) ຢາກລົງທຶນປະມານ 300 ຕື້ USD.

ສື່ມວນຊົນຂອງ ເຢຍລະມັນ ໄດ້ໃຫ້ຂ່າວວ່າ 2 ປະເທດສະມາຊິກ G7 ນັ້ນແມ່ນ ອັງກິດ ແລະ ຝລັ່ງ ຈະບໍ່ເຂົ້າຮ່ວມໂຄງການລົງທຶນທີ່ໃຫຍ່ໂຕ ໂດຍ ອາເມລິກາ ລິເລີ່ມ.

ແຫຼ່ງຄັດຈາກ: vovworld.vn