ຕາມ​ຂ່າວ​ຈາກໂຕ​ກຽວ, ຫວ່າງແລ້ວນີ້, ລັດຖະບານ​ຍີ່ປຸ່ນ ປະກາດ​ແຜນ​ທົດ​ລອງທ່ອງ​ທ່ຽວກັບ​ນັກ​ທ່ອງ​ທ່ຽວ​ກຸ່ມ​ນ້ອຍຈາກ​ບາງ​ປະ​ເທດໃນ​ທ້າຍ​ເດືອນ​ນີ້ ​ໂດຍ​ນັກ​ທ່ອງ​ທ່ຽວທີ່​ໄດ້​ສັກ​ວັກ​ຊິນ​ກັນໂຄ​ວິດ-19 ຢ່າງ​ໜ້ອຍ 3​ ເຂັມ ຈາກ ສ.ອາ​ເມ​ລິ​ກາ, ອົດ​ສະຕາລີ,​ ໄທ ​ແລະ ສິງກະ​ໂປ ຈະ​ເປັນ​ກຸ່ມ​ທຳ​ອິດທີ່​ສາມາດ​ເດີນທາງ​ເຂົ້າຍີ່ປຸ່ນ ​ໃນ​ແບບກຸ່ມ​ນ້ອຍ ຊຶ່ງ​ຈະ​ມີ​ການ​ຈຳກັດ​ຈຳນວນໂດຍ​ຕ້ອງ​ມີຕົວ​ແທນ​ຂອງ​ຜູ້​ໃຫ້​ບໍລິການທ່ອງ​ທ່ຽວ ​ເອົາ​ໃຈ​ໃສ່​ເບິ່ງ​ແຍງຕະຫລອດ​ເວລາ ​ແລະທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງຈະ​​ແລກປ່ຽນ​ບົດຮຽນ ຮ່ວມ​ກັນ ​ເພື່ອ​ກຳນົດມາດ​ຕະການ ​ທີ່​ກ່ຽວຂ້ອງ ​ເພື່ອ​ກ້າວ​ໄປ​ສູ່​ການ​ເປີດ​ຮັບ​ນັກ​ທ່ອງ​ທ່ຽວຢ່າງ​ເຕັມ​ຮູບ​ແບບ ​ແລະຕອບ​ສະໜອງ ​ເມື່ອ​ເກີດ​ກໍລະນີ​ ສຸກ​ເສີນ​ອື່ນໆ ​ໂດຍ​ສະ​ເພາະ ​ໃນ​ກໍລະນີ​ພົບ​ຜູ້​ຕິດ​ເຊື້ອຫລັງ​ຈາກຍີ່ປຸ່ນ ຜ່ອນຜັນ​ມາດ​ຄະ​ການ​ຄວບຄຸມຕາມ​ຊາຍ​ແດນໃຫ້​ກັບ​ຊາວ​ຕ່າງປະ​ເທດ ຈາກ 106 ປະ​ເທດທົ່ວ​ໂລກ.

ແຫຼ່ງຄັດຈາກ: kpl.gov.la