leftcenterrightdel
ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ. ພາບ: AFP/ສໍານັກຂ່າວສານຫວຽດນາມ

ວັນທີ 11 ພຶດສະພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມດ່ວນເພື່ອປຶກສາຫາລືບັນຫາ ສປປ.ເກົາຫຼີ ຕໍ່ໜ້າຄວາມສາມາດທີ່ວ່າ ພຽງຢາງ ຈະສືບຕໍ່ດຳເນີນເຫດຍິງລູກສອນໄຟ, ນິວເຄຼຍ ໃນໄລຍະຈະມາເຖິງ. ກອງປະຊຸມດ່ວນຂອງສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງຕາມຂໍ້ສະເໜີຂອງອາເມລິກາ, ແມ່ນໜຶ່ງໃນ 5 ປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງ ສປຊ ພ້ອມທັງແມ່ນປະເທດໝູນວຽນສະພາຄວາມໝັ້ນຄົງ ສປຊ ປະຈຳເດືອນພຶດສະພາ.

ຢູ່ກອງປະຊຸມ, ອາເມລິກາ ໄດ້ອອກສຽງຮຽກຮ້ອງໃຫ້ບັນດາປະເທດ ໃນສະພາຄວາມໝັ້ນຄົງ ສປຊ ໃຫ້ມີຄຳເຫັນ ໃນຂະນະທີ່ ພຽງຢາງ ດຳເນີນການຍິງທົດລອງລູກສອນໄຟຢ່າງຕໍ່ເນື່ອງ ແລະ ໄດ້ຮັບຖືວ່າພວມກະກຽມໃຫ້ແກ່ການທົດລອງນິວເຄຼຍ ຄັ້ງທີ 7. ທ່ານນາງເອກອັກຄະລັດຖະທູດ Linda Thomas – Greenfield, ຫົວໜ້າຄະນະຜູ້ຕາງໜ້າອາເມລິກາ ປະຈຳ ສປຊ ເນັ້ນໜັກວ່າ ຮອດເວລາແລ້ວທີ່ ສະພາຄວາມໝັ້ນຄົງ ສປຊ ຕ້ອງພ້ອມກັນມີການກະທຳ.

ແຫຼ່ງຄັດຈາກ: vovworld.vn