ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ເກືອບ 324.000 ຄົນ ແລະ ມີຜູ້ເສຍຊີວິດເກືອບ 1.000 ຄົນ. ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກພະຍາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 83,7 ລ້ານຄົນ ແລະຜູ້ເສຍຊີວິດກ່ວາ 1 ລ້ານຄົນ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ຍ້ອນປະສິດທິຜົນຈາກບັນດາລາຍການສັກວັກຊິນກັນໂຄວິດ-19 ພ້ອມກັບວິທີການປິ່ນປົວ, ສະພາບການໂລກລະບາດໂຄວິດ-19 ຢູ່ຫຼາຍປະເທດມີໄດ້ຮັບການຄວບຄຸມດີພໍສົມຄວນ, ຜ່ານນັ້ນ, ການເຄື່ອນໄຫວຢູ່ຫຼາຍປະເທດໄດ້ ແລະພວມໄດ້ຮັບການຟື້ນຟູ. ຢູ່ການາດາ, ໂຕໂຣນໂຕ, ນະຄອນໃຫຍ່ທີ່ສຸດຂອງປະເທດນີ້ໄດ້ຍົກເລີກສະພາບການສຸກເສີນທີ່ໄດ້ຈັດວາງເພື່ອປ້ອງກັນ, ຕ້ານໂຄວິດ-19.

ແຫຼ່ງຄັດຈາກ vovworld.vn