leftcenterrightdel
ເກີດລະເບີດຢູ່ບໍ່ຄຳໃນການາ ເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ລົດ​ບັນທຸກໄດ້ຂົນສົ່ງ​ລະ​ເບີດໄປ​ສົ່ງ​ບໍ່​ຄຳ​ເກີດ​ອຸບັດ​ເຫດໃນ​ເຂດ​ຊຸມ​ຊົນອາ​ປີ​ອາ​ເຕ (Apiate) ​ເຊິ່ງຢູ່ລະ​ຫວ່າງເມືອງ​ໂບ​ໂກ​ໂຊ (Bogoso) ກັບ​ເມືອງ​ໂບວດີ (Bawdy) ທາງ​ພາກ​ໃຕ້​ຂອງກາ​ນາ. ຂະນະ​ນີ້​ເຈົ້າໜ້າ​ທີ່ກູ້​ໄພໄດ້​ໃຫ້ການ​ຊ່ວຍ​ເຫລືອ​ຜູ້​ເຄາະ​ຮ້າຍ​ໃນ​ເຫດການ​ດັ່ງກ່າວ​ແລ້ວ. ລົດ​ບັນທຸກ​ດັ່ງກ່າວ​ເປັນ​ຂອງ​ບໍລິສັດຂົນ​ສົ່ງແມັກ​ແຊມ (Maxim) ພວມ​ບັນທຸກວັດຖຸລະ​ເບີດ​ໄປ​ສົ່ງ​ໃຫ້​ບໍ່​​ຄຳຊີ​ຣາ​ໂນ (Shirano) ຂອງ​ບໍລິສັດຄີ​ນຣໍສ​ໂກລຄໍ​ເປີ​ເຣຊັນ (Kinross Gold Corporation) ​ແຫ່ງ​ເມືອງ​ໂທຣອນ​ໂຕ (Toronto) ​ກາ​ດາ​ນາ.

ເນື້ອໃນ: ຂປລ