ຕາມບັນດາອົງການອຸຕຸນິຍົມແລ້ວ, ພາຍຸ Goretti ໄດ້ພັດຖະຫຼົມເຂົ້າ ອັງກິດ ແລະ ຝລັ່ງ ດ້ວຍລະດັບແຮງລົມຮັບຮູ້ຢູ່ເຂດ Manche, ຝລັ່ງ ແມ່ນ 216 ກິໂລແມັດ ຕໍ່ຊົ່ວໂມງ, ເຊິ່ງເປັນລະດັບຄວາມແຮງທີ່ບໍ່ຄ່ອຍເກີດຂຶ້ນໃນຫຼາຍປີຜ່ານມາ. ລົມແຮງເຮັດໃຫ້ຕົ້ນໄມ້ຫັກ, ເຮືອນເປ່ເພ ແລະໄຟຟ້າດັບໃນວົງກວ້າງ.

leftcenterrightdel
ພາຍຸ Elli ລະດູໜາວເຮັດໃຫ້ເກີດຫິມະຕົກໜັກ ແລະລົມພັດແຮງ ຢູ່  Hamburg, ເຢຍລະມັນ ໃນວັນທີ 09/01/2026. ພາບ: REUTERS/Fabian Bimmer

ຢູ່ ຝລັ່ງ, ມີປະມານ 380.000 ຄອບຄົວບໍ່ມີໄຟຟ້າໃຊ້. ທ່າກ່ຳປັ່ນຫຼາຍແຫ່ງ ແລະເສັ້ນທາງແຄມທະເລຈຳເປັນຕ້ອງປິດປະຕູ. ຂະແໜງການບິນກໍຖືກຜົນກະທົບຢ່າງໜັກໜ່ວງ, ສະເພາະເດີ່ນບິນ Heathrow ຂອງ ລອນດອນ ມີຖ້ຽວບິນປະມານ 50 ຖ້ຽວຖືກຍົກເລີກ, ສົ່ງຜົນກະທົບຕໍ່ຜູ້ໂດຍສານນັບພັນຄົນ.

ນອກຈາກເຂດຕເວັນຕົກເອີຣົບແລ້ວ, ສະພາບດິນຟ້າອາກາດຮ້າຍແຮງດັ່ງກ່າວຍັງໄດ້ສົ່ງຜົນກະທົບເຖິງເຂດຕາເວັນອອກເອີຣົບ ອີກດ້ວຍ.

ແຫຼ່ງຄັດຈາກ: vovworld.vn