ລັດເຊຍ ສຸມໃສ່ບັນດາຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານການເມືອງ ແລະການປ້ອງກັນຄວາມສະຫງົບ, ເສດຖະກິດ ແລະການຄ້າ, ວິທະຍາສາດ ແລະເຕັກໂນໂລຢີ; ພ້ອມທັງຫວັງວ່າຈະເພີ່ມທະວີການຮ່ວມມືດ້ານວັດທະນະທໍາ, ມະນຸດສະທໍາ ແລະເຊື່ອມຕໍ່ການແລກປ່ຽນດ້ານທ່ອງທ່ຽວພາຍຫຼັງ 2 ປີຖືກຜົນສະທ້ອນຈາກພະຍາດໂຄວິດ-19.

leftcenterrightdel
ທ່ານ Sergei Lavrov ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ກ່ຽວກັບການພົວພັນກັບຫວຽດນາມ, ທ່ານ Sergei Lavrov ຊີ້ແຈ້ງຄວາມປາດຖະໜາຢາກມຸ່ງໄປເຖິງເປົ້າໝາຍເຮັດໃຫ້ການພົວພັນເລິກເຊິ່ງກວ່າອີກ. ປີນີ້, ລັດເຊຍ ຄາດຄະເນສືບຕໍ່ເຈລະຈາ ແລະຮ່ວມມືດ້ານການເມືອງ, ໃນນັ້ນລົງເລິກບາງຫົວຂໍ້ ແລະຂົງເຂດຕົ້ນຕໍຕາມຈິດໃຈຂອງຖະແຫຼງການວິໄສທັດລວມກ່ຽວກັບການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຮອດປີ 2030 ເຊິ່ງໄດ້ຮັບຮອງເອົາພາຍຫຼັງການຢ້ຽມຢາມລັດເຊຍ ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໃນທ້າຍປີ 2021.

ໂດຍ: ຈາງຫງວຽນ