ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 67 ລ້ານຄົນ ແລະ ຜູ້ເສຍຊີວິດກວ່າ 880.000 ຄົນ.

ຢູ່ເອີລົບ, ເອຢີບ ໄດ້ເລີ່ມນຳໃຊ້ບັນດາຮູບແບບປັບໄໝ ຫຼາຍຄັ້ງສຳລັບຜູ້ມີອາຍຸແຕ່ 60 ປີຂຶ້ນໄປ ທີ່ບໍ່ຍອມສັກວັກຊິນກັນໂຄວິດ - 19. ເປົ້າໝາຍຂອງຂໍ້ກຳນົດໃໝ່ນີ້ ເພື່ອແນໃສ່ມານະພະຍາຍາມຍົກສູງຄວາມສາມາດຕ້ານທານໃນກຸ່ມຄົນທີ່ມີຄວາມສ່ຽງສູງກວ່າໝູ່, ນັບທັງໃນຂະນະທີ່ອັດຕາຜູ້ຕິດເຊື້ອພະຍາດໂຄວິດ - 19 ສາຍພັນ Omicron ພວມຫຼຸດລົງຢູ່ ເອຢີບ.

ອົງການອະນາໄມໂລກ (WHO) ໄດ້ໃຫ້ຂໍ້ສັງເກດ ວ່າ ຕ້ອງເສຍເວລາທີ່ຍາວນານໂລກລະບາດໂຄວິດ - 19 ຈຶ່ງອາດຈະສິ້ນສຸດລົງ, ພ້ອມທັງປະຕິເສດທັດສະນະທີ່ຖືວ່າ ສາຍພັນ Omicron ບໍ່ກໍ່ຄວາມສ່ຽງໃດ.

ແຫຼ່ງຄັດຈາກ: vovworld.vn