ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 897 ຄົນ ຈາກ 17 ແຂວງ ແລະ ນະຄອນຫລວງວຽງຈັນ ລາຍລະອຽດ ມີຄື: ໄຊຍະບູລີ 319 ຄົນ, ນະຄອນຫລວງ 201 ຄົນ, ຜົ້ງສາລີ 55 ຄົນ, ບໍລິຄຳໄຊ 51 ຄົນ, ອຸດົມໄຊ 38 ຄົນ, ຄຳມ່ວນ 25 ຄົນ, ສະຫວັນນະເຂດ 23 ຄົນ, ຫລວງນ້ຳທາ 22 ຄົນ, ຊຽງຂວາງ 22 ຄົນ, ຈຳປາສັກ 21 ຄົນ, ອັດຕະປື 21 ຄົນ, ຫລວງພະບາງ 20 ຄົນ, ໄຊສົມບູນ 19 ຄົນ, ວຽງຈັນ 18 ຄົນ, ບໍ່ແກ້ວ 17 ຄົນ, ສາລະວັນ 13 ຄົນ, ເຊກອງ 7 ຄົນ ແລະ ຫົວພັນ 5 ຄົນ.

ສໍາລັບການຕິດເຊື້ອນໍາເຂົ້າ ມີ 4 ຄົນ, ຈາກ ນະຄອນຫລວງວຽງຈັນ 2 ຄົນ, ສະຫວັນນະເຂດ 1 ຄົນ ແລະ ໄຊຍະບູລີ 1 ຄົນ, ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ. ປັດຈຸບັນ ມີຜູ້ຕິດເຊື້ອສະສົມຢູ່ໃນ ສປປ ລາວ ທັງໝົດ 128.248 ກໍລະນີ, ອອກໂຮງໝໍວານນີ້ 668 ຄົນ, ກຳລັງປິ່ນປົວ 7.728 ຄົນ ແລະ ເສຍຊີວິດສະສົມທັງໝົດ 508 ຄົນ (ເສຍຊີວິດໃໝ່ 1 ຄົນ ຈາກ ແຂວງຫລວງນ້ຳທາ).

ແຫຼ່ງຄັດຈາກ: kpl.gov.la