EU ພ້ອມແລ້ວທີ່ຈະປຶກສາຫາລືກັບ ລັດເຊຍ ກ່ຽວກັບບັນດາຂໍ້ສະເໜີດ້ານຄວາມໝັ້ນຄົງ
ທ່ານ Alexander Lukashevich ຜູ້ຕາງໜ້າຂອງ ລັດເຊຍ ປະຈຳອົງການຄວາມໝັ້ນຄົງ ແລະ ການຮ່ວມມື ເອີລົບ (OSCE) ໃຫ້ຮູ້ວ່າ ລັດເຊຍ ບໍ່ມີເຈດຈຳນົງປຶກສາຫາລືບັນດາຂໍ້ສະເໜີຮັບປະກັນຄວາມໝັ້ນຄົງໃນຂອບເຂດ OSCE.
|
|
ທ່ານ Pierre Levy ເອກອັກຄະລັດຖະທູດຝລັ່ງ ປະຈຳ ລັດເຊຍ. ພາບ: russiancouncil.ru |
ວັນທີ 17 ມັງກອນ, ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Pierre Levy ເອກອັກຄະລັດຖະທູດຝລັ່ງ ປະຈຳ ລັດເຊຍ ໃຫ້ຮູ້ວ່າ ໃນກອງປະຊຸມບໍ່ເປັນທາງການທີ່ໄດ້ດຳເນີນຢູ່ຝລັ່ງ ໃນອາທິດກ່ອນ, ບັນດາລັດຖະມົນຕີເອີລົບ ໄດ້ເຫັນດີເປັນເອກະພາບຕໍ່ບັນດາຈຸດຕົ້ນຕໍໃນຫຼັກໝັ້ນລວມຂອງ EU ກ່ຽວກັບບັນດາຂໍ້ສະເໜີດ້ານຄວາມໝັ້ນຄົງຂອງ ລັດເຊຍ ແລະ EU ພ້ອມແລ້ວທີ່ຈະປຶກສາຫາລືທຸກບັນຫານີ້ ກັບ ລັດເຊຍ ດ້ວຍຄວາມເຄົາລົບບັນດາຄຸນຄ່າ ແລະ ອະທິປະໄຕຂອງບັນດາປະເທດນີ້.
ຄຳກ່າວປາໄສນີ້ ສະແດງໃຫ້ເຫັນສັນຍານທີ່ຕັ້ງໜ້າໃນການພົວພັນລະຫວ່າງລັດເຊຍ ແລະ ຝ່າຍຕາເວັນຕົກພາຍຫຼັງໄລຍະໜຶ່ງທີ່ມີຄວາມເຄັ່ງຕຶງກ່ຽວກັບສະພາບການຢູ່ ຢູແກຼນ ຢ່າງຕໍ່ເນື່ອງ. ກ່ອນໜ້ານັ້ນ, ລັດເຊຍ ໄດ້ຍົກອອກບັນດາຂໍ້ສະເໜີຮັບປະກັນຄວາມໝັ້ນຄົງໃຫ້ແກ່ເອີລົບ, ພ້ອມທັງຢັ້ງຢືນວ່າ ພ້ອມແລ້ວທີ່ຈະເຈລະຈາໂດຍກົງກັບອົງການ NATO ກ່ຽວກັບບັນດາຂໍ້ສະເໜີດ້ານຄວາມໝັ້ນຄົງເພື່ອແນໃສ່ສະກັດກັ້ນສຳພັນທະມິດການທະຫານນີ້ເປີດກວ້າງການເຄື່ອນໄຫວໄປຍັງທາງທິດຕາເວັນອອກ ແລະ ຜັນຂະຫຍາຍອາວຸດຢູ່ໃກ້ກັບເຂດຊາຍແດນ ລັດເຊຍ.
ໃນເຫດການທີ່ກ່ຽວຂ້ອງ, ວັນທີ 17 ມັງກອນ, ທ່ານ Alexander Lukashevich ຜູ້ຕາງໜ້າຂອງ ລັດເຊຍ ປະຈຳອົງການຄວາມໝັ້ນຄົງ ແລະ ການຮ່ວມມື ເອີລົບ (OSCE) ໃຫ້ຮູ້ວ່າ ລັດເຊຍ ບໍ່ມີເຈດຈຳນົງປຶກສາຫາລືບັນດາຂໍ້ສະເໜີຮັບປະກັນຄວາມໝັ້ນຄົງໃນຂອບເຂດ OSCE.
ແຫຼ່ງຄັດຈາກ: vovworld.vn