ວັນທີ 16 ມັງກອນ ຊ່ອງໂທລະພາບ ລັດເຊຍ Rossiya – 1 ໃຫ້ຮູ້ວ່າ ທ່ານປະທານາທິບໍດີປະເທດນີ້ Vladimir Putin ຈະມີການເຈລະຈາກັບຄູ່ຕຳແໜ່ງອີຣານ Ebrahim Raisi ໃນໄວໆນີ້ ຢູ່ນະຄອນຫຼວງມົດສະກູ. ປັດຈຸບັນ, ຍັງບໍ່ທັນຮູ້ວັນເວລາລະອຽດ ກໍຄືເນື້ອໃນຂອງການເຈລະຈາ. ນີ້ຈະແມ່ນການພົບປະຢ່າງເປັນທາງການຄັ້ງທຳອິດລະຫວ່າງການນຳສອງປະເທດນັບແຕ່ເມື່ອທ່ານ Ebrahim Raisi ເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງເປັນປະທານາທິບໍດີອີຣານ ໃນເດືອນສິງຫາ 2021.

leftcenterrightdel
ທ່ານປະທານາທິບໍດີອີຣານ Ebrahim Raisi ແລະທ່ານປະທານາທິບໍດີລັດເຊຍ Vladimir Putin. ພາບ: ifpnews.

ລັດເຊຍ ພວມເຂົ້າຮ່ວມການເຈລະຈາຟື້ນຟູຂໍ້ຕົກລົງນິວເຄຼຍອີຣານ, ຫຼືຍັງເອີ້ນວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA), ທີ່ໄດ້ລົງນາມໃນປີ 2015 ລະຫວ່າງ ອີຣານ ແລະກຸ່ມ P5+1 (ລວມມີ ອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະເຢຍລະມັນ). ຕາມຂໍ້ຕົກລົງແລ້ວ, ບັນດາມາດຕະການລົງໂທດອີຣານ ໄດ້ຍົກເລີກແທນທີ່ນັ້ນເຕເຮຣານ ຕ້ອງຈຳກັດໂຄງການນິວເຄຼຍ. ເຖິງຢ່າງໃດກໍຕາມ, ປີ  2018 ທ່ານປະທານາທິບໍດີອາເມລິກາ ເວລານັ້ນແມ່ນທ່ານ Donald Trump ໄດ້ຖອນຕົວອອກຈາກຂໍ້ຕົກລົງນີ້, ຫຼັງຈາກນັ້ນອີຣານ ເລີ່ມຫຼຸດຜ່ອນການປະຕິບັດບັນດາຄຳໝັ້ນສັນຍາຂອງຕົນໃນຂໍ້ຕົກລົງສະບັບນີ້.

ແຫຼ່ງຄັດຈາກ: vovworld.vn